“ມູ” ວ່າແນວໃດ ປະທານ “ສເປີຣສ” ບອກວ່າ 200 ລ້ານ ຢູໂຣກໍ່ຊື້ “ເຄນ” ບໍ່ໄດ້



ປະທານສະໂມສອນຂອງ ທ໊ອດແນ່ມ ຮອດສເປີ ດານຽ່ວ ເລວີ່ ໄດ້ອອກມາຢືນຢັນອີກຄັ້ງວ່າທາງສະໂມສອນບໍ່ມີແຜນທີ່ຈະຂາຍ ແຮຣີ່ ເຄນ ຫົວຫອກປະຈຳທີມຂອງພວກເຂົາຢ່າງແນ່ນອນ
ໂດຍສື່ຫຼາຍສຳນັກໃນອັງກິດພາກັນໃຫ້ຂ່າວວ່າ ແມນເຊສເຕີ ຢູໃນເຕັດ ມີແຜນດືງນັກເຕະທີມຊາດອັງກິດຄົນນີ້ໄປຮ່ວມທີມໃນຊໍາເມີໃຫ້ໄດ້

ລ່າສຸດປະທານສະໂມສອນ ໄກ່ເດືອທອງ ໄດ້ອອກມາຢືນຢັນຊັດເຈນວ່າ ລາວບໍ່ເຄີຍມີແຜນທີ່ຈະຂາຍນັກເຕະຄົນີ້ຕໍ່ໃຫ້ທີມອື່ນຍື່ນຂໍ້ສະເໜີທີ່ສ້າງສະຖິຕິໂລກ 200 ລ້ານກໍ່ຕາມ

ແຕ່ວ່າ ດານຽ່ວ ເລວີ ນັ້ນເຄີຍຂາຍນັກເຕະຄົນສຳຄັນຂອງທີມຄື ແກເຣັດ ເບລ ໃຫ້ ເຣອັນ ມາດຣິດ ດ້ວຍມູນຄ່າທີ່ສ້າງສະຖິໂລກ 86 ລ້ານຢູໂຣ ແລ້ວໃນປີ 2013 

ไม่มีความคิดเห็น