ເມື່ອ“ມູ”ສັ່ງຜີຊື້”ຊານເຊສ”ຊ່ວຍປະສານງານກາງໃຫ້ແໜ້ນກັບ “ປ໊ອກບາ-ເອຣເຣຣ່າ”


ຄິກເກີ ສື່ປະເທດເຢຍລະມັນ ລາຍງານວ່າ ໂຈເຊ່ ມູລິນໂຢ່ຜູ້ຈັດການທີມແມນເຊສເຕີ ຢູໃນເຕັດ ໃນສືກພີເມຍລີກອັງກິດ ທີຫາກໍ່ຊື້ນັກເຕະເສີມທັບໃນລະດູການໜ້າ2017-18 ຈົນເຖິງຕອນນີ້ໄດ້ແຕ່ ວິຄຕໍຣ ລິນເດເລີຟ ກອງຫຼັງທີມຊາດສະວີເດັນຈາກສະໂມສອນເບັນຟີກ່າແລະຕົກເປັນຂ່າວລືອີກ 2 ນັກເຕະຈອມບຸກຄຣິສຕຽນໂນ່ ໂຣນັລໂດ່ ອາດີດນັກເຕະແມນຢູແລະອັລບາ ໂມຣາຕ້າ 2 ນັກເຕະຈາກມາດຣິດ


ລ່າສຸດໄດ້ໃຫ້ຄວາມສົນໃຈກັບກອງກາງເຣນາໂຕ້ ຊານເຊສ ດາວຮຸ່ງຂອງທີຊາດໂປຣຕຸເກສຊຸດແຊມຢູໂຣ2016 ທີ່ຍ້າຍມາຈາກເບນຟີກ້າມາ ບາເຢີຣນມິວນິກ ລະດູກ່ອນແຕ່ບໍ່ສາມາດຍຶດຕໍາແໜ່ງຕົວຈິງໄດ້




ສົ່ງຜົນໃຫ້ມູຣິນໂຢ່ເຊິ່ງເປັນຄົນໂປຣຕຸເກສດ້ວຍກັນຫວັງອາໃສຊ່ວງທີ່ຫ້ອງເຄືອ່ງໄວພຽງ 19 ປີລາຍນີ້ບໍ່ມີຄວາມສຸກກັບທີມເສືອໃຕ້ຊື້ຕົວມາເພິ່ມເສີມຄວາມແໜ້ນໃນແດນກາງຮ່ວມກັບ“ປໍລ ປ໊ອກບາ ແລະ ອັນເດີ ເອຣເຣຣ່າ” ຄາດວ່າຈະເຫຼືອງພຽງ 23 ລ້ານປອນ ກ່ອນໜ້າທີບາເຍິຣນຊື້ຊານເຊສກ່ອນຢູໂຣ2016ໃນລາຄາ 30 ລ້ານປອນ


ລ່າສຸດ ຊານເຊສ ເຖິງຈະຕິດທີມຊາດໂປຣຕຸເກສຊຸດໃຫຍ່ໄປແລ້ວ ແຕ່ຫຼັງຈາກບໍ່ມີຊື່ໃນລາຍການຄອນເຟດເດີເຣຊັ່ນສ ຄັບ ທີ່ປະເທດຣັດເຊຍ ໃນຄະນະນີ້ ເຈົ້າໂຕໄປຫຼີ້ນໃຫ້ກັບທີມຊຸດນ້ອຍໃນລາຍການຊີງແຊມແຫ່ງແຫ່ງຊາດຢູໂຣບ U-21 ປີໃນຮອບສຸດທ້າຍທີ່ປະເທດໂປແລນແຕ່ບໍ່ສາມາດຊ່ວຍໃຫ້ທີມ ຊື່ງເຂົ້າຮ່ວມໃນຖານະຮອງແຊມເກົ່າ 2 ສະໄໝຜ່ານເຂົ້ຮອບແບ່ງກຸ່ມຮອບທຳອິດໄປໄດ້

ไม่มีความคิดเห็น