2 ກະເທີຍສິງກະໂປ ຕິດຄຸກ1ປີໂທດຖານແຕ່ງຕົວເປັນຍິງໃນຢູເອອີ


ສໍນັກຂ່າວຕ່າງປະເທດລາຍງານຈາກເມືອງດູໄບ ປະເທດສະຫະລັກອາຫຼັບເອມີເຣສວ່າ ສານສະຫະລັດອາຫຼັບເອມິເຣສ (ຢູເອອີ) ໃນເມືອງຫຼວງອາບູດາບີ ຕັດສິນລົງໂທດຊາຍຊາວສິງກະໂປ 2 ຄົນ ທີ່ມີລັກສະນະເປັນບຸກຄົນຂ້າມເພດ ເປັນເວລາ 1 ປີ ຂາກຄວາມຜິດຖານແຕ່ງກາຍເປັນຜູ້ຍິງໃນສະຖານທີ່ສາທາລະນະແລະປະພຶດຕົວບໍ່ເໝາະສົມ ຄື ທ້າວ ກິສຕິນາ ຟິຕຣິອາ ອິບຣໍຮິມ ອາຍຸ 37 ປີ ແລະ ທ້າວ ມູຮໍາໝັດ ອັບດູນ ຮາມານ ອາຍຸ 26 ປີ ອາຊີບຊ່າງຖ່າຍຮູບແຟຊັ່ນອິດສະຫຼະ ໂດຍທັງສອງເປັນໝູ່ກັນແລະຍັງບໍ່ໄດ້ແປງເພດ ຈາກການເປີດເຜີຍຂອງຄອບຄົວແລະໝູ່ເພື່ອໃນວັນພະຫັດ

ທັງສອງເດີນທາງຮອດເມືອງອາບູດາບີ່ໃວັນທີ 8 ສິງຫາ ແລະຖືກຕໍາຫຼວດຈັບກຸມໃນວັນຕໍ່ມາໃນຮ່າງສັບພະສິນຄ້າ ຂະນະທີ່ກໍາລັງຮັບປະທານອາຫານໃນສູນອາຫານຂອງຮ່າງ

ການແຕ່ງກາຍຂ້າມເພດ,ການມີເພດສໍາພັນກັບຄົນເພດດຽວແລະການເປັນບຸກຄົນຂ້າມເພດຖືວ່າເປັນຄວາມຜິດທາງອາຍາໃນ ຢູເອອີ
Cr : MUHAMMAD FADLI/FACEBOOK, AP

ไม่มีความคิดเห็น