ພັນລະຍາຜູ້ນໍາເກົາຫຼີເໜືອໃຫ້ກໍາເນີດລູກຊາຍຄົນທີ່ 3(ກົກຊົມຄລິບ)


ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ ປະເທດເກົາຫຼີໃຕ້ ໃນວັນທີ່ 29 ສິງຫາ ຈາກການລາຍງານຂອງສໍານັກຂ່າວຢອນຮັບຊິ່ງ ໄດ້ຮັບຂໍ້ມູນຈາກແຫຼ່ງຂ່າວໃນສໍານັກຂ່າວກອງແຫ່ງຊາດ ວ່ານາງຮີ ຊໍລ-ຈູ ພັນລະຍາຂອງ ຄິມຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອໃຫ້ກໍາເນີດລູກຄົນທີ່ 3 ໃນເດືອນກຸມພາ ທີ່ຜ່ານມາສ່ວນເພດແລະຊື່ຂອງເດັກຍັງບໍ່ເປັນທີ່ຊັດເຈນ

ລາຍງານຂອງ ຮັບ ລະບຸໄວ້ວ່າ ໜ່ວຍຂ່າວກອງຂອງເກົາຫຼີໃຕ້ຈັບຕາເລື່ອງນີ້ມາດົນນານແລ້ວ ຫຼັງຈາກ ນາງ ຮີ ຊໍລ-ຈູ ບໍ່ປະກົດຕົວຕໍ່ສາທາລະນະເັນເວລາ 9 ເດືອນເຕັມ ຄິມຈອງ-ອຶນ ແລະນາງຮີ ຊໍລ-ຈູ(ອາດີນັກຮ້ອງນໍາວົງໂປຊອນໂບ) ແຕ່ງງານກັນໃນປີ 2009 ໂດຍນາງໃຫ້ກໍາລູກຄົນທໍາອິດໃນປີ 2010ແລະລູກຄົນທີ່ 2 ໃນປີ 2013 ເຖິງວ່າລັດຖະບານປຽງຢາງບໍ່ເຄີຍເປີດເຜີຍເລື່ອງນີ້ຢ່າງປັນທາງການກໍ່ຕາມ ແຕ່ ທ້າວ ເດນນິສ ຣ໊ອກແມນ ອາດີດນັກກີລາບານບ້ວງຊູເປີສະຕາຣ໌ຊາວອາເມຣິກາ ກ່າວໄວ້ຫຼັງຈາກກັບຈາກອາເມຣິກາເມື່ຶອ 4 ປີທີ່ແລ້ວວ່າ ລູກຄົນທີ່ 2 ຂອງຜູ້ນໍາເກົາຫຼີເໜືອເປັນເພດຍິງແລະຊື່ ຈູ-ແອ

ຄລິບປະກອບ: ARIRANG NEWS


ไม่มีความคิดเห็น