ຮອງປະທານຊໍາຊຸງຖືກຕັດສິນຈໍາຄຸກ 5 ປີ ໂທດຖານຄໍຣັບຊັ່ນ(ກົດຊົມຄລິບ)
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ
ປະເທດເກົາຫຼີໃຕ້ໃນວັນທີ່ 25 ສິງຫາ ວ່າສານແຂວງກຸງໂຊກາງ ມີຄໍາສັ່ງພິພາກສາໃນວັນສຸກໃຫ້
ສະຫາຍ ແຈ-ຍອງ ອາຍຸ 49 ປີ ຮອງປະທານບໍລິສັດຊໍາຊຸງ ອີເລັກໂທຣນິກ ຮັບໂທດຈໍາຄຸກເປັນເວລາ
5 ປີ ເນື່ອງຈາກຈໍາເລີຍມີຄວາມຜິດແທ້ຕາມຂໍ້ກ່າວຫາເຊິ່ງມີຫຼາຍກະທົງ ລວມເຖິງການຕິດສິນບົນແລະຍັກຍອກເງິນເຊິ່ງເຊື່ອມໂຍງເຖິງການຄໍຣັບຊັ່ນຂອງນາງ
ຊເວ ຊຸນ-ຊິລ ແລະນໍາໄປສູ່ການຖອດຖອນ ປະທານາທິບໍດີຍິງຄົນທໍາອິດຂອງເກົາຫຼີໃຕ້ປາກ
ກິນ-ເຮ ອອກຈາກຕໍາແໜ່ງ
ປາກ ກິນ-ເຮ
ອາດີດປະທານາທິບໍດີຍິງຄົນທໍາອິດຂອງເກົາຫຼີໃຕ້
ແນວໃດກໍ່ຕາມຄໍາພິພາກສານີ້ຍັງຖືວ່າບໍ່ສິ້ນສຸດໝາຍຄວາມວ່າທັງໂຈນແລະຈໍາເລີຍສາມາດຍື່ນອຸທອນໄດ້ພາຍໃນເວລາທີ່ກໍານົດໂດຍຄວາມເປັນຈິງໄອຍາການສານມອບບົດລົງໂທດຈໍາຄຸກ
12 ປີ ໃຫ້ແກ່ ສະຫາຍ ແຈ-ຍອງ ຜູ້ກະທໍາຜິດ
ຖືເປັນປະທານຂອງອານາຈັກທຸລະກິດຊໍາຊຸງຈາກການເປັນລູກຊາຍກົກຂອງທ່ານ ອີ ຄຸນ-ຮີ
ປະທານບໍລິສັດຄົນປັດຈຸບັນອາຍຸ 75 ປີ ທີ່ກໍາລັງນອນເຈັບປ່ວຍຢູ່ທີ່ໂຮງໝໍ
ຄໍາຕັດສິນຂອງສານຍັງບໍເປັນທີ່ຊັດເຈນວ່າຈະມີຜົນກະທົບຕໍ່ທຸລະກິດຂອງຊໍາຊຸງໜ້ອຍຫຼາຍພຽງໃດ
ເນື່ອງຈາກບໍລິສັດເປີດຕົວ ສມາທໂຟນລຸ່ນໃໝ່ ກາແລັກຊີ່ ເອສ 8 ໃນອາທິດນີ້
ຄລິບປະກອບ: YTN News



Post a Comment