ຫົງແດງເຈລະຈາກັບປືນຫວັງຄວ້າຕົວອ໊ອກຮ່ວມທັບ




ຫົງແດງ ເລີ່ມເຈລະຈາກັບ ປືນໃຫຍ່ ເລື່ອງການຊື່ ອາເລັກຊ໌ ອ໊ອກຊ໌ເລຄ-ແຊມເບີເລນ ໄປຮ່ວມທັບແລ້ວ
ລີເວີພູລ ຍອດທີມແຫ່ງພີຣເມຍລີກອັງກິດ ເລີ່ມເປີດໂຕະເຈລະຈາກັບອາເຊນອລ ຄູ່ແຂ່ງຮ່ວມລີກເຖິງຄວາມເປັນໄປໄດ້ໃນການຄ້ວາຕົວ ອາເລັກຊ໌ ອ໊ອກຊ໌ເລຄ-ແຊມເບີເລນ ປີກທີມຊາດອັງກິດໄປຮ່ວມທັບ
ດາວເຕະໄວ 24 ປີ ປະຕິເສດຍ້າຍໄປຫຼີ້ນໃຫ້ກັບເຊລຊີ ໃນວັນອັງຄານທີ່ຜ່ານມາ ເຖິງວ່າອາເຊນອລຈະຕອບຮັບຂໍ້ສະເໜີຈໍານວນ 40 ລ້ານປອນແລ້ວກໍ່ຕາມເນື່ອງຈາກຕ້ອງການຍ້າຍໄປຫຼີ້ນໃຫ້ລີເວີພູລ ລາວເບິງວ່າມີໂອກາດທີ່ຈະເປັນຕົວຈິງຫຼາຍກວ່າ

ແນວໃດກໍ່ຕາມຍັງຕ້ອງຖ້າເບິ່ງຕໍ່ໄປວ່າ ລີເວີພູລພ້ອມຈະຍືນຂໍ້ສະເໜີໃຫ້ອາເຊນອລໃນລະດັບດຽວກັບເຊວຊີຫຼືບໍເພາະວ່າ ອາເລັກຊ໌ ອ໊ອກຊ໌ເລຄ-ແຊມເບີເລນ ເຫຼືອສັນຍາບໍຮອດປີແລະຈະສາມາດຍ້າຍສັງກັດໃໝ່ແບບບໍ່ມີຄ່າຕົວໃນຊໍເມີໜ້າ

ไม่มีความคิดเห็น