ກຸ່ມຕາລີບັນ ປະກາດ ອັຟການິສຖານ ຈະເປັນສຸສານ ຂອງທະຫານສະຫະລັດ


ກຸ່ມຕາລີບັນ ວິຈານແຜນຍຸດທະສາດທາງການທະຫານຂອງ ປະທານາທິບໍດີ ໂດໂນລ ທຮັມ ວ່າຈະເປັນຄືເກົ່າ ແລະ ເຕືອນວ່າຫາກສະຫະລັດ ຍັງສົ່ງທະຫານເຂົ້າມາອີກ ອັຟການິສຖານ ຈະກາຍເປັນ ສຸສານ ຂອງທະຫານສະຫະລັດ.
ໂຄສົກ ກຸ່ມຕາລີບັນ ກ່າວວ່າ ຕາບໃດທີ່ທະຫານສະຫະລັດຍັງຢູ່ໃນ ອັຟການິສຖານ ແມ່ນໝາຍຄວາມເຖີງຄວາມຕ້ອງການຂອງສະຫະລັດ ໃນການເຮັດສົງຄາມ ທັ້ງທີ່ສະຫະລັດຄວນພິຈາລະນາ ການຖອນກຳລັງທະຫານຫຼາຍກວ່າ.

ไม่มีความคิดเห็น