ກຳປູເຈຍຂັບໄລ່ ອົງການບໍ່ຂື້ນກັບລັດຖະບານ ຫຼື NGO ຂອງສະຫະລັດອອກນອກປະເທດ ພາຍໃນ 7 ວັນ


ກະຊວງການຕ່າງປະເທດຂອງກຳປູເຈຍລະບຸວ່າ ສະຖາບັນປະຊາທິປະໄຕແຫ່ງຊາດ ຫຼື NDI ດຳເນີນກິດຈະກຳຕ່າງໆໃນກຳປູເຈຍໂດຍບໍ່ໄດ້ຂື້ນທະບຽນ ແລະ ເສຍພາສີຢ່າງຖືກຕ້ອງ ແລະ ພະນັກງານຕ່າງຊາດຂອງສະຖາບັນແຫ່ງນີ້ ຕ້ອງເດີນທາງອອກຈາກປະເທດພາຍໃນ 7 ວັນ ແລະ ກະຊວງຈະໃຊ້ມາດຕະການດຽວກັນນີ້ ກັບ NGO ຕ່າງຊາດອື່ນໆທີ່ບໍ່ປະຕິບັດຕາມກົດໝາຍ. ການເຄື່ອນໄຫວຂອງກະຊວງການຕ່າງປະເທດຂອງກຳປູເຈຍ ມີຂື້ນໃນຊ່ວງດຽວກັນກັບທີ່ມີການ ເປີດເຜຍຂອງສື່ທີ່ສະໜັບສະໜຸນລັດຖະບານ ແລະ ເຈົ້າໜ້າທີ່ກຳປູເຈຍໃນຊ່ວງຫຼາຍອາທິດທີ່ຜ່ານມາວ່າ ອົງການທີ່ໄດ້ຮັບທືນຈາກຕ່າງຊາດຫຼາຍແຫ່ງ ລວມທັງ NDI ກຳລັງຖືກກວດສອບເລື່ອງລະບຽບກົດໝາຍ ແລະ ພາສີ ອີກທັງຍັງກ່າວຫາ NDI ວ່າໃຫ້ຄວາມຊ່ວຍເຫຼືອພັກຝ່າຍຄ້ານ ທີ່ພະຍາຍາມໂຄ່ນລົ້ມລັດຖະບານ.
ດ້ານສະຖາບັນປະຊາທິປະໄຕແຫ່ງຊາດ ຫຼື NDI ຊີ້ແຈງວ່າ ສະຖາບັນເຮັດວຽກກັບພັກການເມືອງ ລັດຖະບານ ແລະ ກຸ່ມປະຊາສັງຄົມ ເພື່ອເສີມສ້າງສະຖາບັນປະຊາທິປະໄຕ ແຕ່ສະຖານທູດສະຫະລັດໃນກຸງ ພະນົມເປນ ປະຕິເສດທີ່ຈະໃຫ້ຄວາມເຫັນກ່ຽວກັບເລື່ອງນີ້.

ไม่มีความคิดเห็น