ເຄິ່ງປີ! ມີພຽງ 2 ແຂວງເທົ່ານັ້ນ ທີ່ເສດຖະກິດຂະຫຍາຍຕົວດີກວ່າໝູ່ ໃນລະດັບ 10.30%
ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ
ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມລັດຖະບານເປີດກວ້າງປີ 2017
ວ່າ: ເສດຖະກິດຂອງລາວ ໃນ 6 ເດືອນຕົ້ນປີ ຍັງສືບຕໍ່ຂະຫຍາຍ
ຕົວທຽບໃສ່ປີຜ່ານມາ ເປັນຕົ້ນແມ່ນ ການຜະລິດກະສິກຳ, ອຸດສາຫະກຳ, ໄຟຟ້າ, ບໍ່ແຮ່, ການຈະລາຈອນ, ການຂົນສົ່ງສິນຄ້າ ແລະ ໂດຍສານ, ການທ່ອງທ່ຽວ ແລະ ຂົງເຂດວັດທະນະທຳ-ສັງຄົມ,
ທ່ານກ່າວຕື່ມວ່າ: ຜ່ານການສັງລວມຂໍ້ມູນຂອງບັນດາແຂວງເຫັນວ່າ: ນະຄອນຫຼວງວຽງຈັນ
ແລະ ແຂວງສະຫວັນນະເຂດ ເປັນແຂວງທີ່ມີອັດຕາການເຕີບໂຕສູງກວ່າໝູ່ ຢູ່ໃນລະດັບ 10.30%
ແລະ 10% ຕາມລຳດັບ,
ສ່ວນແຂວງທີ່ມີການເຕີບໂຕຕໍ່າແມ່ນແຂວງບໍ່ແກ້ວ7.70% ແລະ ສາລະວັນ 7.25%, ດັ່ງນັ້ນແຂວງທີ່ມີລາຍໄດ້ສະເລ່ຍຕໍ່ຫົວຄົນທີ່ສູງທີ່ສຸດແມ່ນນະຄອນຫຼວງວຽງຈັນ
ເຊິ່ງມີມູນຄ່າເຖິງງ 5,052 ໂດລາສະຫະລັດ
ສູງກວ່າຄ່າສະເລ່ຍທົ່ວປະເທດປະມານ 2 ເທົ່າຕົວ, ສ່ວນແຂວງຜົ້ງສາລີ ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່າກວ່າແຂວງອື່ນໆ
ຢູ່ໃນລະດັບ 874 ໂດລາສະຫະລັດ
ເຊິ່ງຕໍ່າກວ່າປະມານ 5 ທົບ.
ຕົວເລກດັ່ງກ່າວນັ້ນ, ສະແດງໃຫ້ເຫັນວ່າ
ເຖິງເສດຖະກິດຈະມີການຂະຫຍາຍຕົວໂດຍລວມ ຈະມີການເຕີບໂຕໃນລະດັບສູງກໍຕາມ, ແຕ່ຊ່ອງວ່າງຂອງລາຍຮັບ ແລະ
ລະດັບການພັດທະນາລະຫວ່າງຕົວເມືອງ ແລະ ຊົນນະບົດຍັງແຕກຕ່າງກັນຫຼາຍ. ດັ່ງນັ້ນ; ຈຶ່ງສະເໜີໃຫ້ບັນດາແຂວງລົງເລິກຕື່ມ
ຂໍໃຫ້ນຳໃຊ້ຕົວເລກຕົວຈິງມາຄິດໄລ່ ແລະ
ຕີລາຄາວ່າປັດໄຈທີ່ເຮັດໃຫ້ເສດຖະກິດເຕີບໂຕມີຫຍັງແດ່? ຢູ່ສູນກາງແມ່ນຂະແໜງອຸດສາຫະກຳດ້ານພະລັງງານໄຟຟ້າເປັນຕົວຂັບເຄື່ອນ, ບວກກັບການກໍ່ສ້າງໂຄງການໃຫຍ່ຈຳນວນໜຶ່ງ.
Source: ເສດຖະກິດການຄ້າ

Post a Comment