ສະມໍລະພູມຮົບຢະໄຂ່ເດືອດໜັກມີຜູ້ເສຍຊີວິດເກືອບ400ຄົນໃນໜຶ່ງອາທິດ(ມີຄລິບ)



ຈໍານວນຜູ້ເສຍຊີວິດຈາກການສູ້ກັນລະຫວ່າງກອງທັບມ້ຽນມ່າກັບກຸ່ມຕິດອາວຸດໃນລັດຢະໄຂ່ເພີ່ມຂື້ນເກືອບ 400 ຄົນພາຍໃນໄລຍະ1ເວລາອາທິດຖືເປັນເຫດການທີ່ຮ້າຍແຮງທີ່ສຸດໃນຮອບ 5 ປີ

ສານັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸ້ງ ປະເທດມ້ຽນມ່າໃນວັນທີ່ 1 ກັນຍາວ່າ ກອງທັບມ້ຽນມ່າອອກຖະແຫຼງການກ່ຽວກັບການສູ້ລົບກັບກອງທັບກອບກູ້ໂຣຮີນຈາແຫ່ງອາລະກັນ(ອາຊາ)ທີ່ເກີດຂື້ນໃນອາທິດແລ້ວວ່າຈໍານວນຜູ້ເສຍຊີວິດຢ່າງນ້ອຍ 397 ຄົນ ມີສະມາຊິກກຸ່ມອາຊາ 370 ຄົນ ເຈົ້າໜ້າທີ່ຝ່ານຄວາມໝັ້ນຄົງ 13 ສະຫາຍແລະພົນລະເຮືອນອີກ 14 ຄົນ ຖືເປັນສະຖານະການທີ່ນອງເລືອດທີ່ສຸດຕັ້ງເຫດການໃນເມືອງຊິຕຕເວ ທີ່ເປັນເມືອງເອກຂອງລັດຢະໄຂ່ໂດຍສ່ວນໃຫຍ່ເປັນຊາວໂຣຮີນຈາ

ກອງທັບມ້ຽນມ່າອອກຖະແຫຼງການ
ຂະນະດຽວກັນຖະແຫຼງການຂອງກອງທັບມ້ຽນມ້າລະບຸເຖິງການອົບພະຍົບ ພົນລະເຮືອນຊາດພັນ ຫຼາຍກວ່າ 11,700 ຄົນອອກຈາກລັດຢະໄຂ່ ເຊິ່ງເປັນການໃຊ້ຄໍາແທນ ພົນລະເຮືອນທີ່ບໍແມ່ນມຸສະລິມ ໂດຍຈໍານວນນີ້ລວມເຖິງການຊ່ວຍເຫຼືອຊາວຮິນດູປະມານ 700 ຄົນ ອອກຈາກໝູ່ບ້ານແຫງໜຶ່ງທີ່ກໍາລັງຖືກກູ່ມຕິດອາວຸດປິດລ້ອມຢູ່. ທາງດ້ານກຸ່ມຕິດອາວຸດອາຊາກໍ່ອອກຖະແຫຼງການປະນາມລັດຖະບານພົນລະເຮືອນຂອງນາງ ອອງ ຊານ ຊູຈີ ທີ່ກົດຂີ່ແລະເລືອກປະຕີໍິບັດທາງຊາດພັນຕໍ່ຊາວໂຣຮິນຈາແລະຍືນຍັນວ່າບໍ່ແມ່ນ ກຸ່ມກໍ່ການຮ້າ ຕາມການເອີ້ນຂານຂອງລັດຖະບານ ແຕ່ຕ້ອງການເຮັດໜ້າທີ່ປົກປ້ອງສິດຄວາມເປັນພົນລະເມືອງຂອງຊາວໂຣຮິນຈາເທົ່ານັ້ນ



ໃນເວລາດຽວກັນ ຖະແຫຼງຂ່າວຈາກສະຫະປະຊາຊາດ ເຜີຍວ່າການສູ້ຮົບນອງເລືອຮອບໃໝ່ເຮັດໃຫ້ຊາວໂຣຮິນຈາເກືອບ 50,000 ຄົນພະຍາຍາມລີ້ໄພຂ້າມແມ່ນໍ້ານາຟ ເຊິ່ງເປັນຊາຍແດນລະຫວ່າງມ້ຽນມ່າກັບບັງກາລາເທດ ແຕ່ເກືອບເຄິ່ງຕິດຄ້າງໃນບໍລິເວນສູ້ຮົບ(No Man’s Land)
ຄລິບປະກອບຈາກ:TRT World

ไม่มีความคิดเห็น