ຢຶດຢາບ້າ 5.000 ກວ່າເມັດ ກ່ອນສົ່ງຂາຍ




ເຈົ້າໜ້າທີ່ຕຳຫຼວດໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຫີນເຫີບ ສົມທົບ ກັບ ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ຢຶດຢາບ້າ 5.000 ກວ່າເມັດ ຢູເຂດບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນ ພ້ອມທັງກັກຕົວຜູ້ຖືກຫາ 3 ຄົນ ມາດໍາເນີນຄະດີ.


ເຈົ້າໜ້າທີ່ເປີດເຜີຍໃຫ້ຮູ້ວ່າ: ໃນຄັ້ງວັນທີ 1 ກັນຍາ 2017 ທີ່ຜ່ານມາ ໄດ້ກັກຕົວຜູ້ຖືກຫາ 3 ຄົນ ຊື່ທ້າວ ຈະປໍລໍ່ ອາຍຸ 30 ປີ, ທ້າວ ເອລໍ່ ອາຍຸ 26 ປີ ແລະ ທ້າວ ສີລໍ່ ອາຍຸ 40 ປີ ທັງສາມຢູ່ບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນ; ຜ່ານການສອບສວນ ທ້າວ ຈະປໍລໍ່ ສາລະພາບວ່າ: ຢາບ້າຈໍານວນ 5.004 ເມັດ ໄດ້ຊື້ນຳຄົນບໍ່ຮູ້ຊື່, ຈຸດປະສົງແມ່ນຈະເອົາໄປຂາຍຕໍ່. 

ຜ່ານມາຜູ້ກ່ຽວແມ່ນໄດ້ເຄື່ອນໄຫວຊື້-ຂາຍມາຫຼາຍຄັ້ງ ແຕ່ຄັ້ງນີ້ຖືກເຈົ້າທີ່ຕໍາຫຼວດເຂົ້າກວດຄົ້ນເຮືອນ ຜູ້ກ່ຽວ ພົບເຫັນຢາບ້າກຽມສົ່ງຂາຍຈຳນວນ 2 ມັດ ກັບ 5 ຖົງ ມີ 5.004 ເມັດ.


ນອກນັ້ນ, ເຈົ້າໜ້າທີ່ໄດ້ກັກຕົວຜູ້ຮ່ວມຂະບວນການອີກ 2 ຄົນຊື່ ທ້າວ ເອລໍ່ ແລະ ທ້າວ ສີລໍ່ ເຊິ່ງທັງ ສອງຄົນນີ້ໄດ້ຮ່ວມຂະບວນການຄ້າ-ຂາຍຢາບ້າກັບ ທ້າວ ຈະປໍລໍ່ ຈຶ່ງຖືກເຈົ້າໜ້າທີ່ ກັກຕົວມາ ດຳເນີນ ຄະດີຕາມກົດໜາຍ.



ແຫລ່ງຂ່າວ: ນສພ ປ້ອງກັນຄວາມສະຫງົບ ແລະ ນຳມາຈາກ: ຈົດໝາຍຂ່າວ  

ไม่มีความคิดเห็น