ຜູ້ນໍາໂສມແດງຮ່ວມສະຫຼອງຄວາມສໍາເລັດທົດສອບນິວເຄຣຍຄັ້ງທີ່6(ກົດຊົມຄລິບ)
ຜູ້ນໍາສງສຸດຂອງເກົາຫຼີເໜື່ອສະເໝີມສະຫຼອງຄວາມສໍາເລັດຂອງການທົດສອບນິວເຄຣຍຄັ້ງທີ່
6 ຮ່ວມກັບບັນດາຜູ້ຊ່ຽວຊານ ກ່ອນຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດກຽມມາດຕະການຄວໍ່າບາດລັດຖະບານປຽງຢາງຄັ້ງໃໝ່
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ
ປະເທດເກົາຫຼີໃຕ້ ໃນວັນທີ່10 ກັນຍາ ວ່າ ສໍານັກຂ່າວກາງເກົາຫຼີ ລາຍງານວ່າ ຄິມ ຈອງ-ອຶນ
ຜູ້ນໍາສູງສຸດຂອງເກົາຫຼີເໜືອ
ຮ່ວມເປັນກຽດໃຫ້ວິສະວະກອນແລະນັກວິທະຍາສາດທີ່ມີສ່ວນຮ່ວມກັບໂຄງການພັດທະນາດ້ານອາວຸດ
ນໍາໄປສູ່ຄວາມສໍາເລັດໃນການທົດສອບລະເບີດນິວເຄຣຍຄັ້ງທີ່6 ໃນວັນທີ່ 3 ກັນຍາທີ່ຜ່ານມາ
ໃນພິທີສະເໝີມສະຫຼອງ ເຊິ່ງຈັດຂື້ນໃນກຸງປຽງຢ່າງຍິ່ງໃຫຍ່ ໃນວັນເສົາທີ່ຜ່ານມາ
ກົງກັບວັນຄົບຮອບ 69 ປີ ແຫ່ງການສະຖາປານາເກົາຫຼີເໜືອ ໂດຍ ຄິມ ຈອງ-ອຶນ
ກ່າວຊື່ນຊົມສຫາຍ ຊອງ-ຮອບ ແລະ ສະຫາຍ ຮອງ ຊອງ-ມູ ສອງນັກວິທະຍາສາດອາວຸໂສມີບົດບາດໃນໂຄງການພັດທະນານິວເຄຣຍຄັ້ງລ່າສຸດວ່າເປັນພັດທະນາການໃຫ້ເກົາຫຼີເໜືອເຂົ້າໃກ້ການເປັນ
ລັດນິວເຄຣຍ
ບັນຍາກາດການສະເໝີມສະຫຼອງໃນກຸງປຽງຢາງເປັນໄປດ້ວຍຄວາມຮຽບຮ້ອຍ
ເຊິ່ງຜິດຈາກການຄາດເດົາຂອງລັດຖະບານເກົາຫຼີໃຕ້
ເຊິ່ງປະເມີນວ່າມີຄວາມເປັນໄປໄດ້ທີ່ເກົາຫຼີເໜືອຈະທົດສອບຂີປະນາວຸດຄັ້ງໃໝ່
ຫຼັງຈາກທີ່ການທົດສອບລະເບີດນິວເຄຣຍຄັ້ງລ່າສຸດທີລັດຖະບານປຽງຢາງອ້າງວ່າເປັນລະເບິໍີດໄຮໂດຣເຈນ
ແລະສາມາດນໍາໄປຕິດຕັ້ງປະກອບເຂົ້າກັບຫົວລັບຂອງຂີປະນາວຸດຂ້າມທະວີບ
ງານສະຫຼອງຂອງເກົາຫຼີເໜືອມີຂຶ້ນພຽງ
2 ວັນກ່ອນຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ກຽມລົງມະຕິມາດຕະການຄວໍ່າບາດລັດຖະບານປຽງຢາງໃນວັນຈັນທີ
11 ກັນຍາໂດຍ ຖ້າຫາກມາດຕະການດັ່ງກ່າວເຫັນດີຈະສົ່ງຜົນກະທົບຕໍ່ການຊື້-ຂາຍນໍ້າມັນລະຫວ່າງລັດຖະບານປຽງຢາງກັບປະເທດຄູ່ຄ້າລາຍສໍາຄັນຄືຈີນແລະຣັດເຊຍແລະອາດຈະນໍາໄປສູ່ການອາຍັດຊັບສິນຂອງຜູ້ນໍາສູງສຸດແຫ່ງເກົາຫຼີເໜືອແລະຄະນະ
ຄລິບປະກອບ:



Post a Comment