ນາໂຕ່ກັງວົນຣັດເຊຍກຽມຊ້ອມຮົບຄັ້ງໃຫຍ່ໃນເບລາຣຸສ(ກົດຊົມຄລິບ)


ເລຂາທິການນາໂຕ່ຮຽກຮ້ອງໃຫ້ຣັດເຊຍເປີດໃຫ້ມີການຮ່ວມສັງເກດການການຊ້ອມຮົບ ຊາປັດ2017 ທີ່ຈະມີຂື້ນໃນໃນເບລາຣຸສຊ່ວງກາງອາທິດນີ້ ເຊິ່ງວ່າກັນວ່າເປັນການຊ້ອມຮົບຄັ້ງໃຫຍ່ສຸດຂອງຣັດເຊຍ ຕັ້ງແຕ່ໝົດຍຸກສົງຄາມເຢັນ




ສໍານັກຂ່າວຕ່າງປະເທດລາຍງານຈາກກຸງຣັສເຊລສ໌ ປະເທດເບລຢ່ຽມ ໃນວັນທີ່ 11 ກັນຍາ ວ່າທ່ານ ເຢນສ໌ ສໂຕຕລເທນເບີກ ເລຂາທິການອົງການສົນທິສັນຍາແອັດແລນຕິກເໜືອ (ນາໂຕ່) ກ່າວໃນວັນອາທິດຮຽກຮ້ອງໃຫ້ຣັດເຊຍອານຸຍາດໃຫ້ຄະນະຜູ້ສັງເກດການຂອງນາໂຕ່ເຂົ້າຮ່ວມຊົມການຊ້ອມຮົບ ຊາປັດ 2017 ທີ່ເບລາຣຸສ ໃນອາທິດນີ້ ເພື່ອສ້າງຄວາມເຊື່ອໝັ້ນແລະສະແດງຄວາມໂປ່ງໃສໃຫ້ແກ່ທຸກຝ່າຍ ວ່າລັດຖະບານມົດສະກູ່ຈະບໍ່ອາໃສການຊ້ອມຮົບຄັ້ງນີ້ເປັນເຄື່ອງບັງໜ້າໃນການສະແດງພຶດຕິກໍາຂົ່ມຂູ່ຄຸກຄາມປະເທດສະມາຊິດໃນກຸ່ມທະເລບອລຕິກ

ທ່ານ ເຢນສ໌ ສໂຕຕລເທນເບີກ 

ທ່ານ ສໂຕຕລເທນເບີກ ກ່າວວ່າໂດຍສ່ວນຕົວບໍ່ເຊື່ອວ່າຈໍານວນທະຫານຣັດເຊຍແລເບລາຣຸທີ່ເຂົ້າຮ່ວມການຊ້ອມຮົບໃນຄັ້ງນີ້ລວມກັນບໍ່ຮອດ 300,000 ສະຫາຍ ຕາມທີ່ລັດຖະບານມົດສະກູປະກາດກ່ອນໜ້ານີ້ ສອດຄ່ອງກັບການສັນນິຖານຂອງທ່ານນາງ ອົວຊູລາຟອນ ແດ ເລເຢນ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຂອງເຢຍລະມັນໃນອາທິດແລ້ວວ່າ  ຣັດເຊຍອາດໃຊ້ທະຫານຫຼາຍກວ່າ 100,000 ສະຫາຍ ໃນການຊ້ອມຮົບຊາປັດແລະການທີ່ຣັດເຊຍໃຊ້ລະຫັດຂອງການຊ້ອມຮົບເປັນພາສາຣັດເຊຍໝາຍເຖິງ ຕາເວັນຕົກ ຄືເປັນການສົ່ງສັນຍານຊັດເຈນຂອງການສະແດງແສນຍານຸພາບທາງທະຫານຂອງກອງທັບຣັດເຊຍຕໍ່ຕະເວັນຕົກ
ການຊ້ອມຮົບຊາປັດຄັ້ງນີ້ຈະມີຂື້ນໃນລະຫວ່າງວັນືີ 14-20 ກັນຍານີ້ ໃນບໍລິເວນຊາຍແດນຂອງເບລາຮຸສ ບໍຫ່າງຈາກພົມຂອງເອສໂຕເນຍ, ລັດເວຍ,ລີທົວເນຍແລະໂປແລນ ຫຼາຍປານໃດ ໂດຍນາໂຕກັງວົນວ່າການຊ້ອມຮົບຄັ້ງນິ້ອາດຈະເປັນການເຝິກຊ້ອມທະຫານຄັ້ງໃຫຍ່ທີ່ສຸດຂອງຣັດເຊຍນັບຕັ້ງແຕ່ສີ້ນສຸດສົງຄາມເຢັນແລະເບິ່ງວ່າເປັນການກຽມຄວາມພ້ອມໃນການໂຈມຕີໂປແລນ ລີທົວເຍຫຼືຢູເຄນ
ຄລິບປະກອບ:


ไม่มีความคิดเห็น