ຜູ້ນໍາເກົາຫຼີເໜືອມຸ່ງໜ້າສ້າງອາວຸດໃຫ້ທຽບເທົ່າສະຫະລັດ(ກົດຊົມຄລິບ)


ຜູ້ນໍາສູງສຸດຂອງເກົາຫຼີເໜືອກ່າວວ່າ ເປົ້າໝາຍໂຄງການດ້ານອາວຸດຂອງລັດຖະບານປຽງຢາງຕ້ອງມີອານຸພາບແລະປະສິດທິພາບເທົ່າທຽມກັບສະຫະລັດ


ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ ປະເທດເກົາຫຼີໃຕ້ ໃນວັນທີ່ 16 ກັນຍາ ວ່າສໍານັກງານຂ່າວກາງຂອງເກົາຫຼີ(ເຄຊີເອັນເອ) ວ່າຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ ລົງພື້ນທີ່ສັງເກດການການຍິງຂີປະນາວຸດພິໄສກາງ ຮວາຊອງ-12 ບໍລິເວນເຂດຊູນັນ ຊານເມືອງກຸງປຽງຢາງ ໃນວັນສຸກທີ່ຜ່ານມາ ໂດຍຂີປະນາວຸດສາມາດເດີນທາງເປັນໄລຍະໄກ 3,700 ກິໂລແມັດ ຂ້າມນ່ານຟ້າເໜືອເກາະຮອກໄກໂດຂອງຢີ່ປຸ່ນ ກ່ອນຕົກລົງອີກດ້ານໜື່ງຂອງມະຫາສະໝຸດປາຊີຟິກ






ຜົນການທົດສອບປະສິດທິພາບຂອງຂີປະນາວຸດ ຮວາຊອງ-12 ສ້າງຄວາມພືງພໍໃຈຫຼາຍໃຫ້ກັບ ຄິມ ຈອງ-ອຶນໄດ້ກ່າວວ່າເປັນການສະແດງໃຫ້ເຫັນເຖິງ ປະສິດທິພາບ ທາງທະຫານຂອງເກົາຫຼີເໜືອທີ່ກໍາລັງຈະທຽບເທົ່າກັບຂອງສະຫະລັດແລ້ວແລະຈະເປັນການເຮັດໃຫ້ ຜູ້ປົກຄອງສະຫະລັດ ລົ້ມເລີກແນວຄິດການໃຊ້ມາດຕະການທາງທະຫານຕໍ່ເກົາຫຼີເໜືອ ພ້ອມກັນນີ້ຜູ້ນໍາສູງສຸດລຸ່ນທີ່ 3 ຂອງເກົາຫຼີເໜືອກ່າວອີກວ່າ ຈະເດີນໜ້າພັດທະນາໂຄງການນິວເຄຣຍຕໍ່ໄປ ເຖິງວ່າຕ້ອງພົບກັບມາດຕະການຄວໍ່າບາດຈາກປະຊາຄົມໂລກ




ລາຍງານດັ່ງກ່າວເຜີຍແຜ່ທາງ ເຄຊີເອັນເອ ອອກອາກາດພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ(ຢູເອັນເອສຊີ)ອອກຖະແຫຼງການປະນາມການຍິງຂີປະນາວຸດຄັ້ງລ່າສຸດຂອງຂອງລັດຖະບານປຽງຢາງ ເປັນການຍິງຂີປະນາວຸດຂ້າມນ່ານຟ້າຂອງຢີປຸ່ນຄັ້ງທີ່ 2 ພາຍໃນ 2 ອາທິດ ແລະຂີປະນາວຸດຍັງເດີນທາງໄດ້ໄກກ່ອນການທົດສອບຄັ້ງທໍາອິດ ວ່າເປັນການຄຸກຄາມຢ່າງຮ້າຍແຮງ ແລະ ສັ່ງໃຫ້ເກົາຫຼີເໜືອຍຸດຕິ ພຶດຕິກໍາລ່ວງລະເມີດ ເຊັ່ນນີ້ທັນທີ ເພື່ອນໍາໄປສູ່ການປົດອາວຸດນິວເຄຣຍໃນແຫຼມເກົາຫຼີເປັນການຖາວອນ ໂດຍຢູເອັນເອສຊີ ຫາກໍ່ໃຊ້ມາດຕະການຄວໍ່າບາດເກົາຫຼີເໜືອຄັ້ງໃໝ່ໃນວັນຈັນທີ່ຜ່ານມາ ຫ້າມການສົ່ງອອກສິ່ງທໍແລະຈໍາກັດການນໍາເຂົ້ານໍ້າມັນດິບຂອງລັດຖະບານປຽງຢາງເພື່ອລົງໂທດການທົດສອບລະເບີດນິວເຄຣຍຄັ້ງທີ່ 6 ໃນວັນທີ່ 3 ກັນຍາ ທີ່ຜ່ານມາ
ຄລິບປະກອບ:



ไม่มีความคิดเห็น