ກອງປະຊຸມພົບປະປຶກສາຫາລືລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດລາວ-ກຳປູເຈຍ
ໃນວັນທີ 5 ກັນຍາ 2017, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ
ປະຊາຊົນລາວ ແລະ ທ່ານ ປຣາກ ໂສກົນ, ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ພົບປະປຶກສາຫາລືກັນ ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກຳປູເຈຍ ໂດຍປະຕິບັດຕາມການຕົກລົງ
ຈັດກອງປະຊຸມຂອງສອງນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ຄັ້ງວັນທີ 1 ກັນຍາ 2017 ທີ່ຜ່ານມາ
ທີ່ເຫັນດີເປັນເອກະພາບກັນມອບໝາຍໃຫ້ລັດຖະມົນຕີກະຊວງການຕ່າງປະເທດ ທັງສອງປະເທດ
ພົບປະປຶກສາຫາລືກັນ ເພື່ອຊອກວິທີທາງໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງ
ເພື່ອກ້າວໄປສູ່ການປັກຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ.
ກອງປະຊຸມຄັ້ງນີ້
ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີມາແຕ່ບູຮານນະການ
ລະຫວ່າງສອງປະເທດ ຊຶ່ງສອງຝ່າຍໄດ້ເປັນເອກະພາບ ກັນກ່ຽວກັບທິດທາງໃນການຈັດຕັ້ງປະຕິບັດວຽກງານເພື່ອແກ້ໄຂບັນຫາຊາຍແດນ
ລະຫວ່າງສອງປະເທດທີ່ຍັງຄົງຄ້າງຮ່ວມກັນດັ່ງນີີ້:
1.
ສອງຝ່າຍໄດ້ເປັນເອກະພາບກັນກ່ຽວກັບເນື້ອໃນການຮ່າງຈົດໝາຍໃນນາມນາຍົກລັດຖະມົນຕີລາວ
ແລະ ນາຍົກລັດຖະມົນຕີກຳປູເຈຍ ເຖິງປະທານາທິບໍດີຝຣັ່ງ ເພື່ອສະເໜີໃຫ້ຝຣັ່ງຊ່ວຍ ສົ່ງທຸກໆແຜນທີ່
ແລະ ເອກະສານທີ່ກ່ຽວຂ້ອງກັບການກໍານົດເສັ້ນຊາຍແດນ ລະຫວ່າງ ລາວ-ກຳປູເຈຍ
ສະໄໝຝຣັ່ງປົກຄອງໃຫ້ລັດຖະບານສອງປະເທດລາວ ແລະ ກຳປູເຈຍ ເພື່ອເປັນພື້ນຖານ
ໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງຮ່ວມກັນ.
2.
ສອງຝ່າຍຕົກລົງເປັນເອກະພາບກັນມອບໝາຍ
ໃຫ້ຄະນະກຳມະການຊາຍແດນສອງຝ່າຍ ລົງກວດກາພື້ນທີ່ຕົວຈິງໃນເວລາອັນໃກ້ໆ
ເພື່ອຮ່ວມກັນແກ້ໄຂຈຸດຄົງຄ້າງຊາຍແດນ 4 ຈຸດ ທີ່ຂຶ້ນກັບແຂວງຈຳປາສັກຂອງລາວ ແລະ
ແຂວງຊຽງແຕງຂອງກຳປູເຈຍ ເພື່ອກ້າວໄປເຖິງການປັກຫຼັກໝາຍຊາຍແດນຮ່ວມກັນ ໃຫ້ສຳເລັດໂດຍໄວ.
3.
ສອງຝ່າຍໄດ້ເປັນເອກະພາບກັນ
ໃຫ້ຄະນະກຳມະການຊາຍແດນສອງປະເທດ ມອບໝາຍໃຫ້ຄະນະອະນຸກຳມະການເຕັກນິກ ລາວ-ກໍາປູເຈຍ; ກໍາປູເຈຍ-ລາວ
ລົງກວດກາຢູ່ພື້ນທີ່ຕົວຈິງບໍລິເວນຈຸດຄົງຄ້າງ ແກ້ງຕໍໍມໍຄອຍ-ຫ້ວຍຕະເງົາ ຮ່ວມກັນ
ຖ້າຈຸດໃດທີ່ສອງຝ່າຍສາມາດຕົກລົງກັນໄດ້ໃຫ້ປັກຫຼັກໝາຍຊາຍແດນໄປພ້ອມ, ທັງນີ້ເພື່ອກ້າວໄປສູ່ການປັກຫຼັກໝາຍຊາຍແດນຕໍ່ໆໄປ.
ນອກຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກັນ
ກ່ຽວກັບການສຶກສາຄວາມອາດສາມາດເປັນໄປໄດ້ໃນການປັກຫຼັກໝາຍຖີ່ຮ່ວມກັນໃນຕໍ່ໜ້າ ແລະ
ທັງສອງຝ່າຍໄດ້ລົງນາມບົດບັນທຶກ ກອງປະຊຸມດັ່ງກ່າວຮ່ວມກັນ
ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດຕໍ່ໄປ.
ໝາກຜົນຂອງການປຶກສາຫາລືຂອງລັດຖະມົນຕີກະຊວງການຕ່າງປະເທດສອງປະເທດໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຕໍ່ການພົວພັນ
ແລະ ຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ
ຖືວ່າເປັນບາດກ້າວສຳຄັນໃນການເພີ່ມທະວີຄວາມໄວ້ເນື້ອເຊື້ອໃຈ ແລະ ການຮ່ວມມືກັນ
ໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງໃນຈຸດອື່ນໆທີ່ຍັງເຫລືອ ເພື່ອເຮັດໃຫ້ເສັ້ນຊາຍແດນກາຍເປັນເສັ້ນຊາຍແດນ
ແຫ່ງ ສັນຕິພາບ, ມິດຕະພາບ
ແລະ ການຮ່ວມມືຢ່າງແທ້ຈິງ.
ທີ່ມາ: ກະຊວງການຕ່າງປະເທດ


Post a Comment