ໝໍປາບແຂ້ລົງໄປຊອກຫາສົບບໍຮອດນາທີກໍຖືກແຂ້ກັດເສຍຊີວິດຄາທີ່(ມີຄລິບ)
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງຈາກາຕ່າ
ປະເທດອິນໂດເນເຊຍ ໃນວັນທີ່ 18 ກັນຍາວ່າ
ໝໍປາບແຂ້ຫຼືຊື່ພາສາທ້ອງຖິ່ນອິນໂດເນເຊຍເອີ້ນວ່າ ສຸພຣຽນໂຕ
ທີ່ບໍ່ໄດ້ຮັບການລະບຸຊື່ເສຍຊີວິດຫຼັງຈາກທີ່ຖືກແຂ້ດືງລົງໄປກັດໃນນໍ້າຈົນຫາຍໃຈບໍ່ອອກ
ເຫດເກີດຂື້ນທີ່ເຂດຄຸໄຕ ຄາເຕເນກາຣາ ທາງຕະເວັນອອກຂອງເກາະບໍນຽວ ປະເທດອິນໂດເນເຊຍ
ໂດຍສຸພຣຽນໂຕຄົນດັ່ງກ່າວລົງໄປໃນແມ່ນໍ້າທີ່ມີແຂ້ອາໄສຢູ່ໂດຍຕັ້ງໃຈຈະໄປຊ່ວຍງົມຫາສົບຂອງ
ທ້າວ ອາຈູນາ
ເຊິ່ງເສຍຊີວິດຈາກການຖືກແຂ້ໃນແມ່ນໍ້າດັ່ງກ່າວກັດໃນຂະທີ່ກໍາລັງອາບນໍ້າຢູ່ໃນບໍລິເວນດັ່ງກ່າວກ່ອນໜ້ານີ້
1 ວັນ
ໃນຂະນະທີ່ສຸພຣຽນໂຕລາຍນີ້ລົງໄປລາວກໍ່ເລີມຈົ່ມຄາຖາອາຄົມຂອງຕົນບໍຮອກນາທີກໍຖືກແຂ້ໃນແມ່ນໍ້າດັ່ງກ່າວງັບຂາແລະດືງລົງໄປໃນແມ່ນໍ້າເລິກ
ຈົນເປັນເຫດໃຫ້ເສຍຊີວິດ
ຄລິບຜູ້ໃນເຫດການບັນທຶກ:

Post a Comment