ອິນເດຍຜ່າຕັດແຍກເດັກແຝດຫົວຕິດກັນໄດ້ສໍາເລັດ(ມີຄລິບ)
ສໍານັກຂ່າວເອເອຟພີລາຍງານຈາກກຸງນິວເດລີ
ປະເທດອິນເດຍ ໃນວັນທີ່ 27 ຕຸລາວ່າ ເດັກນ້ອຍຝາແຝດອາຍຸ 2 ປີເຄິ່ງ
ເຊິ່ງມີຮ່າງກາຍທີ່ມີຫາພົບຍາກ ປະກົດໃນເດັກເກີດໃໝ່ປະມານ 1 ໃນ 2,5ລ້ານຄົນ
ເຂົ້າຮັບການຜ່າຕັດແຍກຮ່າງກາຍທີ່ໂຮງໝໍສະຖາບັນແພທຍ໌ສາດ ອໍລອິນເດຍ(ເອໄອເອັມເອສ)ຂອງລັດຖະບານ
ໃນເມືອງຫຼວງນິວເດລີ ໃນວັນພຸດ
ໂດຍຖະແຫຼງການຂອງໂຮງໝໍ
ກ່າວຍ້ອງຍໍຄວາມຮ່ວມມືຂອງທີມແພທຍ໌ 40 ຄົນ ພະບາບານ 20 ຄົນ ແລະເຈົ້າໜ້າທີ່ແພທຍ໌ອື່ນໆ
ອີກຈໍານວນຫຼາຍ ເຮັດໃຫ້ການຜ່າຕັດຄັ້ງນີ້ປະສົບຜົນສໍາເລັດດ້ວຍດີ
ຖະແຫຼງການບອກອີກວ່າ
ສິ່ງທີ່ທ້າທາຍຫຼາຍທີ່ສຸດຄືການສ້ອມແຊມຊ່ອງຕ່າງໆ ໃນຫົວຂອງເດັກ ທີເກີດຫຼັງການແຍກຮ່າງກາຍ
ເນື່ອງຈາການຜ່າຕັດເຮັດໃຫ້ເກີດຊ່ອງຂະໜາດໃຫຍ່ໃນຫົວຂອງເດັກທັງຄູ່
ໂດຍຜິວໜັງໄດ້ຂະຫຍາຍບໍລລູນ 2 ລູກ ທີ່ຕິດໄວ້ພາຍໃນຫົວຂອງທັງຄູ່
ເດັກຊາຍຝາແຝດຊື່
ຈາກາແລະຄາເຍ ເກີດໃນໝູ່ບ້ານແຫ່ງໜື່ງ ໃນລັດໂອຣິສສາ ທາງພາກຕາເວັນອອກຕອນກາງ
ໂດຍມີເສັ້ນເລທອແລະເຍື່ອສະໝອງບາງສ່ວນຮ່ວມກັນ
ການຜ່າຕັດແຍກຮ່າງຂັ້ນຕອນທໍາອິດມີຂື້ນໃນເດືອນ ສິງຫາ



Post a Comment