ມືປືນ ຄາດຕະກໍານັກທຸລະກິດຈີນ ໜ້າຫ້າງສີໃຄ ພລາຊາ ຖີ້ມລົດຈັກ ແລະ ໝວກກັນນ໋ອກ ໄວ້ເຂດເກົ້າລ້ຽວ.
ມືປືນ ຄາດຕະກໍານັກທຸລະກິດຈີນ ໜ້າຫ້າງສີໃຄ ພລາຊາ ຖີ້ມລົດຈັກ ແລະ ໝວກກັນນ໋ອກ ໄວ້ເຂດເກົ້າລ້ຽວ
ນະຄອນຫຼວງວຽງຈັນ: ເຈົ້າໜ້າທີ ອັບເດດການຕິດຕາມ ມືປືນ ຂ້ານັກທຸລະກິດ ຈີນເສຍຊີວິດ ຄາທີໜ້າຫ້າງສີໃຄພາຊາ ໃນວັນເສົາທີ 7 ຕຸລາ 2017 ໃຫ້ຮູ້ວ່າ.
ນະຄອນຫຼວງວຽງຈັນ: ເຈົ້າໜ້າທີ ອັບເດດການຕິດຕາມ ມືປືນ ຂ້ານັກທຸລະກິດ ຈີນເສຍຊີວິດ ຄາທີໜ້າຫ້າງສີໃຄພາຊາ ໃນວັນເສົາທີ 7 ຕຸລາ 2017 ໃຫ້ຮູ້ວ່າ.
ພາຍຫຼັງການກວດສອບເບາະແສ ແລະ ຕິດຕາມລົດຈັກທີ່ຕ້ອງສົງໄສ. ທາງເຈົ້າໜ້າທີ່ໄດ້ຮັບແຈ້ງຈາກປະຊາຊົນ ໃນວັນອາທິດ ທີ 8 ຕຸລາ 2017 ວ່າມີລົດຈັກ ຖືກຖິ້ມໄວ້ກອງແຮ່ຊາຍ ໃກ້ກັບ ໂຮງແຮມ ແມ່ຂອງບິສ, ທາງໄປເກົ້າລ້ຽວ ເມືອງສີໂຄດຕະບອງນະຄອນຫຼວງວຽງຈັນ ເຊິ່ງບໍ່ໄກ ຈາກຫ້າງສີໃຄ ພລາຊາ ປານໃດ. ແລະ ລົດຈັກຖືກຖິ້ມປະໄວ້ ໃກ້ກັບໂຮງໂມ້ຂອງລົດໂມ້ປູນ ແລະ ໃກ້ຄຽງ ພົບເຫັນ ໝວກກັນນ໋ອກ .
ເຈົ້າໜ້າທີ່ໃຫ້ຮູ້ວ່າ ຖ້າຄົນຮ້າຍຂ້າມຂອງໄປ ກໍ່ຈະເຮັດໃຫ້ການຕິດຕາມຕົວຍາກຂຶ້ນ, ເຊິ່ງຈະຕ້ອງໄດ້ ປະສານງານໄປຫາເຈົ້າໜ້າທີ ປະເທດໄທຕໍ່ໄປ ໃນການຕິດຕາມຕົວຄົນຮ້າຍ. ແຕ່ກໍ່ຍັງບໍ່ທັນຢືນຢັນວ່າ ການທີ່ມືປືນເອົາລົດມາຖິ້ມໃກ້ເຂດນໍ້າຂອງແບບ ແລ້ວຂ້າມຂອງໄປແລ້ວຫຼືບໍ່.
ອີກເທື່ອໜື່ງ ເປັນກຳລັງໃຈ ແກ່ເຈົ້າໜ້າທີ່ລາວ ຕາມລ່າມືປືນມາລົງໂທດ ໃຫ້ໄດ້.
Cr. ໂທລະໂຄ່ງ THOLAKHONG
Cr. ໂທລະໂຄ່ງ THOLAKHONG




Post a Comment