ເກີດເຫດລົດໃຫຍ່ລະເບີດ
ວັນສຸກ ວັນທີ13/10/2017ເວລາ 13:40ນາທີໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີສຸກເສີນ1628ວ່າມີລົດໃຫຍ່ລະເບີດ ຫນ້າຮ້ານເຂົ້າປຸ້ນ ບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບເຫັນລົດທີລະເບີດເປັນລົດເກັງມີຮອຍໄໝ້ທົ່ວລົດ ສ່ວນຜູ້ບາດເຈັບແມ່ນຖືກໄຟລວກ ແລະປະຊາຊົນນຳສົ່ງໂຮງໝໍກ່ອນກູ້ໄພໄປຮອດ
ສາເຫດກໍ່ໃຫ້ລົດເກີດລະເບີດແມ່ນຢູ່ໃນການສືບສວນສອບສວນຂອງເຈົ້າໜ້າທີ່.ພົບຜູ້ບາດເຈັບຕາມທ້ອງຖະໜົນ ແລະຜູ້ປ່ວຍສຸກເສີນໂທແຈ້ງ1628ໄດ້24ຊົ່ວໂມງ
ຂ່າວສານຈາກອາສາ:ກະຕຸນ





Post a Comment