ແຮັກເກີເກົາຫຼີເໜືອລັກຂໍ້ມູນເອກະສານລັບຂອງເກົາຫຼີໃຕ້
ແຮັກເກີເກົາຫຼີເໜືອສາມາດລັກເອກະສານລັບທາງທະຫານຂອງເກົາຫຼີໃຕ້ ລວມເຖິງແຜນປະຕິບັດການທາງທະຫານເຊິ່ງກ່ຽວຂອງກັບພັນທະມິດສໍາຄັນເປັນຕົ້ນແມ່ນສະຫະລັດດ້ວຍ
ສໍານັກຂ່າວຕ່າງປະເທດລາຍງານຈ່ໍາກກງໂຊປະເທດເກົາຫຼີໃຕ້
ໃນວັນທີ່ 10 ຕຸລາວ່າ ໜັງສືພິມລາຍວັນໂຊຊອນ ອິລ ໂບ ລາຍງານວ່າ ທ່ານ ຣີ ຊົນ-ຮີ
ສະມາຊິກລັດສະພາປະຊາທິປະໄຕພັກລັດຖະບານເກົາຫຼີໃຕ້ເປີດເຜີຍວ່າ
ແຮັກເກີຂອງເກົາຫຼີເໜືອລ້ວງຂໍ້ມູນເຄືອຄ່າຍທາງທະຫານຂອງເກົາຫຼີໃຕ້ໃນເດືອນກັນຍາ
ທີ່ຜ່ານມາ ແລະສາມາດລັກເອົາຂໍ້ມູນໄປໄດ້ 235 ກິກະໄບຕ໌ ໃນຈໍານວນຂໍ້ມູນທີ່ຖືກລັກໄປນັ້ນ
ມີແຜນປະຕິບັດການ 5051
ເຊິງຈະຕ້ອງຖືກນາໃຊ້ໃນກໍລະນີເກີດສົງຄາມກັບເກົາຫຼີເໜືອລວມເຖິງຂັ້ນຕອນປະຕິບັດເພືອດໍາເນີນການກັບຄິມ
ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ
ທ່ານ ຣີ ຊົນ-ຮີ
ເຊິ່ງເປັນສະມາຊິກຄະນະກໍາມະການກະຊວງປ້ອງກັນປະເທດຂອງລັດສະພາ
ບໍຍອມໃຫ້ຄໍາເຫັນໃນເລື່ອງນີ້ ແຕ່ສໍານັກງານຂອງທ່ານໄດ້ຢືນຢັນວ່າ ທ່ານ ຣີຊົນ-ຮີ
ເວົ້າຖືກຕ້ອງແລ້ວ


Post a Comment