ໝໍຟິລິບປິນກຽມຜ່າຕັດແຍກຮ່າງກາຍ ເດັກນ້ອຍຝາແຝດຫົວຕິດກັນ ສ່ຽງລອດ1ເສຍຊີວິດ1
ໃນວັນທີ່ 22
ພະຈິກ ປີ 2017 ສໍານັກຂ່າວຊິນຫົວ ລາຍງານວ່າ ຈອຍແລະຈາຍຊ໌ ແມັກຊີໂນ ພ່ນ້ອງຝາແຝດຊາວຟິລິບປິນ
ໃນໄວ 10 ປີ ທີ່ຫົວຕິດກັນຕັ້ງແຕ່ເກີດ
ກຽມເຂົ້າຮັບຜ່າຕັດແຍກຫົວໂດຍຄະນະແພດປະຈໍາໂຮງໝໍທ້ອງຖິ່ນ ໃກ້ກັບກຸງມະນິລາ
ເມືອງຫຼວງຂອງຟິລິບປິນ
ໂດຍເດັກນ້ອຍ 2
ຄົນໄດ້ຜ່ານການກວດຮ່າງກາຍເພື່ອການຜ່າຕັດແລ້ວ ເຊິ່ງຄະນະແພດໃຫ້ຄວາມຄິດເຫັນວ່າການຜ່າຕັດສາມາດດໍາເນີນໄດ້
ແຕ່ກໍມີຄວາມສ່ຽງຄືກັນວ່າ ຄົນໃດຄົນໜຶ່ງອາດເສຍຊີວິດລະຜ່າຕັດ
ໃນຂະນະດຽວກັນພໍ່ແມ່ເອງກໍຫວັງວ່າລູກໄດ້ໃຂໃຊ້ຊີວິດຄືກັບຄົນປົກກະຕິ
ລວມເຖິງກໍາລັງຊອກຫາທາງຊ່ວຍເຫຼືອເພື່ອຈ່າຍຄ່າຜ່າຕັດເຊິ່ງຕົກເປັນເງິນມູນຄ່າ 99,400
ໂດລ່າສະຫະລັດ ໂດຍພໍ່ຂອງເດັກນ້ອຍມີອາຊີບເປັນພະນັກງານອະນາໄມລາຍໄດ້ພຽງ 8
ໂດລ່າສະຫະລັດຕໍ່ມື້ເທົ່່ານັ້ນ
ແລະມີລາຍງານາການຜ່າຕັດເດັກນ້ອຍຝາແຝດຫົວຕິດກັນມາແລ້ວຫຼາຍລາຍກໍລະນີ
ໃນເດືອນກໍລະກົດ ທີ່ຜ່ານມາ ຄະນະແພດ 30 ຄົນຂອງໂຮງໝໍແຫ່ງໜື່ງໃນສະຫະລັດອາເມຣິກາໃຊ້ເວລາ11ຊົ່ວໂມງ
ຜ່າຕັດແຍກເດັກນ້ອຍຍິງຝາແຝດໃນໄວສິບເດືອນໄດ້ສໍາເລັດ



Post a Comment