ຈັບຂະບວນການຄ້າສັດປ່າ ຈັບນົກແກ້ວ-ນົກກະຕົ້ວ ຢັດທໍ່ແປັບອຳພາງ 125 ໂຕ


BBC ລາຍງານສະຖານະການລັກລອບຄ້າສັດປ່າໃນພູມິພາກອາຊີຕາເວັນອອກສຽງໃຕ້ວ່າ ເຈົ້າໜ້າທີ່ອິນໂດເນເຊຍຈັບກຸມຜູ້ຮ່ວມຂະບວນການ 4 ຄົນ ທີ່ລອບຂົນນົກແກ້ວ ແລະ ນົກກະຕົ້ວພັນຫາຍາກດ້ວຍການຈັບນົກຢັດເຂົ້າທໍ່ນຳ້ກວ່າ 125 ໂຕ ໃນນັ້ນມີນົກແກ້ວອີເລັກຕັສ 84 ໂຕ ແລະ ນົກກະຕົ້ວຂາວ 41 ໂຕ ເຊີ່ງຢູ່ໃນບັນຊີສັດສ່ຽງສູນພັນຂອງສະຫະພັນນານາຊາດເພື່ອການອານຸລັກທຳມະຊາດ ແລະ ຊັບພະຍາກອນທຳມະຊາດ ຫຼື IUCN.




ไม่มีความคิดเห็น