ປາກີສະຖານຄົ້ນພົບ ພະນອນອາຍຸກວ່າ 1,700 ປີ ເກົ່າແກ່ທີ່ສຸດໃນໂລກ
ເວັບໄຊສຂ່າວ ດວອນນິວ ຂອງປາກີສະຖານລາຍງານວ່າ ສຳນັກງານບູຮານຄະດີ ແລະ ພິພິດທະພັນແຄວ້ນໄຄເບີປັກຕຸນຄວາ ທາງຕາເວັນອອກສຽງເໜືອຂອງປາກີສະຖານ ຖະແຫຼງການຄົ້ນພົບພະພຸດທະຮູບຢາງໄສຍາດ ໃກ້ສະທູບ ພາມາລາ ມີຄວາມຍາວປະມານ 14 ແມັດ ສ້າງຂື້ນເມື່ອ 1,700 ປີກ່ອນ ນັບເປັນພະພຸດທະຮູບຢາງໄສຍາດທີ່ເກົ່າແກ່ທີ່ສຸດໃນໂລກ.
ອັບດຸນ ຊາມັດ ຜູ້ອຳນວຍການຜະແນກບູຮານຄະດີ ແລະ ພິພິດທະພັນແຂວງພາມາລາ ກ່າວກັບສຳນັກຂ່າວຣອຍເຕີ່ວ່າ ພະພຸດທະຮູບຢາງໄສຍາດມີອາຍຸຢູ່ໃນ ຄຼິດສະສັກກະລາດທີ່ 3 ນອກຈາກນີ້ຍັງພົບບູຮານວັດຖຸທີ່ກ່ຽວຂ້ອງກັບພະພຸດທະເຈົ້າອີກກວ່າ 500 ຢ່າງ.






Post a Comment