ເຮືອດໍານໍ້າກອງທັບອາເຈນຕີນາພ້ອມກັບລູກເຮືອ 40 ຄົນສູນຫາຍໃນມະຫາສະໝຸດແອັດແລນຕິກ.


ສໍານັກຂ່າວຕ່າງປະເທດລາຍງານຈາກກຸງບົວໂນສໄອເຣສ ປະເທດອາເຈນຕີນ່າ ໃນວັນທີ່ 17 ພະຈິກ ວ່າກອງທັບເນືອ ອາເຈນຕີນາ ອອກຖະແຫຼງການໃນວັນສຸກທີ່ຜ່ານມາ ເລື່ອງການເລັ່ງຄົ້ນຫາເຮືອດໍານໍ້າ ຊານ ຮວນ ພ້ອມກັບລູກເຮືອ44 ຄົນ ເຊິ່ງງຂາດການຕິດຕໍ່ໄປແລ້ວບໍ່ຕໍ່າກວ່າ 48 ຊົ່ວໂມງ ໂດຍເຮືອດໍານໍ້າຊັ້ຮ ທີອາຣ໌-1700 ຂັບເຄື່ອນດ້ວຍພະລັງງານດີເຊວ-ໄຟຟ້າ ຢູ່ລະຫວ່າງການເດີນທາງກັບຈາກເມືອງອູຊົວຢາ ທີ່ຢູ່ທາງພາກໃຕ້ຂອງປະເທດ ກັບມາຖານທັບໃນເມືອງມາຣ໌ ເດລ ປລາຕາ ທີ່ຢູ່ພາກກາງຂອງປະເທດ.



ໜ່ວຍຄົ້ນຫາຂອງກອງທັບອາເຈນຕນ່າປະຕິບັດການຄົ້ນຫາທາງເຮືອແລະທາງອາກາດ ໂດຍໄດ້ຮັບການສະໜັບສະໜູນຈາກກອງທັບຊິລີດ້ວຍ ເຊິ່ງເລີ່ມຈ່ໍາກການຄົ້ນຫາຈາຈຸດທີ່ສະແດງສະຖານະສຸດທ້າຍຂອງເຮືອດໍານໍ້າ ທີ່ຢູ່ຫ່າງຈາກແຫຼມ ວັລເດຊ ທາງຕາເວັນອອກສຽງໃຕ້ຂອງປະເທດ ປະມານ 430 ກິໂລແມັດ ແຕ່ບໍ່ພັບເບາະແສທີ່ເປັນປະໂຫຍດແກ່ການຄົ້ນຫາ ຂະນະທີ່ໂຄສົກກອງທັບເຮືອປະຕິເສດຈາກການລາຍງານຂອງສື່ຫຼາຍແຫ່ງ ທີ່ລະບຸວ່າເກີດໄຟໃໝ້ພາຍໃນເຮືອ.


ไม่มีความคิดเห็น