ອຸປະຕິເຫດ ຍົນເຮລິຄອບເຕີຕໍາກັບເຮືອບິນນ້ອຍໃນອັງກິດ ເສຍຊີວິດ 4 ຄົນ(ຊົມຄລິບ)


ໃນວັນທີ່ 18 ພະຈິກ ອຸປະຕິເຫດເກີດຂື້ນໃຍ ບັກກິ້ງ ແຮມເຊີ ທາງພາກຕາເວັນຕົກສຽງເໜືອຂອງ ກຸງລອນດອນ ເມືອເຮລິຄອບເຕີຕໍາກັບເຮືອບີນນ້ອຍ ແບບເຊສນາ ກາງອາກາດ ແຮງປະທະຈາກການພຸ່ງເຂົ້າຕໍາກັນເຮັດໃຫ້ເຮືອບິນແຕກກະຈາຍໄປທົ່ວ ໂດຍຈຸດເກີດເຫດຢູ່ໃກ້ກັບໝູ່ບ້ານເວດເດສດັນ.

ໃນເບື້ອງຕົ້ນມີລາຍງານວ່າມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ແລະບໍ່ມີຜູ້ໄດ້ຮັບບາດເຈັບ ແຕ່ຍັງບໍ່ຮູ້ຈໍານວນທີຊັດເຈນ ຂະນະທີ່ໜ່ວຍບັນເທົາທຸກສາທາລະນະແລະໜ່ວຍດັບເພີງ ສົ່ງເຈົ້າໜ້າທີ່ກວ່າ 30 ຄົນ ເຂົ້າໄປໃນຈຸດເກີດເຫດ ລ່າສຸດໜ່ວຍສືບສວນອຸປະຕິເຫດທາງອາກາດຂອງອັງກິດ ກໍາລັງສືບສວນສາເຫດຂອງອຸປະຕິເຫດຄັ້ງນີ້.


ไม่มีความคิดเห็น