ນັກສຶກສາສາວຈີນ ເກີດລູກໃນຫໍພັກຍິງ ແລ້ວໂຍ້ນເດັກນ້ອຍຈາກຊັ້ນ 5 ລົງພື້ນເສຍຊີວິດທັນທີ
ໃນວັນທີ 24
ພະຈິກເດລີ່ລາຍງານເຫດການສະທ້ອນປັນຫາບໍ່ພ້ອມຂອງໄວລຸ່ນໃສັງຄົມຈີນ
ເມືອນັກສຶກສາຍິງວິທະຍາໄລ ວິສະວະກໍາຊີອານ ໂຍເດັກນ້ອຍທີ່ຫາກໍ່ເກີດລົງມາຈາກຊັ້ນທີ່ 5 ຂອງຫໍພັກຍິງໃນເຂດຂອງວິທະຍາໄລ
ເຫດການສຸດເສົ້ານີ້ເກີດໃນຊ່ວງພັກລະຫວ່າງຮຽນ
ນັກສຶກສາຍິງອາຍຸ 19 ປີໃຊ້ຜ້າພັນເດັກນ້ອຍຫຼັງຈາກເກີດ ແລະໂຍນລົງມາຈາກຊັ້ນ 5
ຕໍ່ມາມີນັກສຶກສາຍັງຄົນໜຶ່ງມາເຫັນຮອຍເລືອດແລະຫໍ່ຜ້າ ພົບວ່າໃນຫໍ່ຜ້າມີເດັກນ້ອຍຖືກພັນດ້ວຍຜ້າຫົ່ມ
ລັກສະສະຖືກໂຍນລົງມາຈາກຕຶກ
ອາຈານຂອງນັກສຶກສາທີ່ເກີດລູກຄົນນີ້ເວົ້າວ່າ
ເປັນຄົນດີ ຄົນສະຫຼາດ ບໍ່ເຄີຍຂາດຮຽນ ບໍ່ເຄີຍໂຕນຫອງຮຽນຈັກເທື່ອ
ແລະບັນດາອາຈານກໍ່ບໍ່ເຄີຍສັງເກດວ່ານັກສຶກສາຄົນນີ້ຖືພາເລີຍເພາະວ່າ ນາງ ຈະແຕ່ງຕົວໜາແໜ້ນ
ລະຫວ່າງຊ່ວງລະດູໜາວ ສ່ວນທາງຄອບຄົວກໍ່ບໍ່ຮູ້ວ່າລູກສາວຖືພາ
ຕໍາຫຼວດເມືອງຊີອານກໍາລັງສືບສວນວ່າເດັກນ້ອຍເສຍຊີວິດກ່ອນຫຼືຫຼັງຈາກຖືກໂຍ້ນເດັກນ້ອຍຈາກຕຶກ
ຖ້າຫາກເດັນ້ອຍຍັງມີຊີວິດ ນັກສຶກສາຄົນນີ້ຈະຖືກຂໍ້ຫາຕັ້ງໃຈຂ້າ


Post a Comment