ນັກບີນຮົບສະຫະລັດຄຶກຄະນອງ ຂັບເຮືອບີນຮົບພົ່ນຄວັນເປັນຮູບເຈົ້າໂລກຂະໜາດໃຫຍ່ ເທີງທ້ອງຟ້າ


ສຳນັກຂ່າວ ເອເອຟພີ ແລະ ຣອຍເຕີ ລາຍງານເຫດການທີ່ນັກບີນຮົບສະຫະລັດຄົນໜຶ່ງ ໃຊ້ເຮືອບີນຮົບ ອີ-ເອ 18 ໂກລເລີ ຂອງກອງທັບບີນພົ່ນຄວັນເປັນຮູບຄ້າຍອະໄວຍະວະເພດຊາຍ ເທີງນ່ານຟ້າຂອງລັດວໍຊິງຕັນ ສ້າງຄວາມແປກໃຈຫຼາຍຕໍ່ປະຊາຊົນຜູ້ພົບເຫັນ ແລະ ພາບຖືກເຜີຍແຜ່ອອກໄປຢ່າງໄວວາໃນໂລກອອນລາຍ.

ພາຍຫຼັງເກີດເຫດນາຍທະຫານນາຍນີ້ກໍ່ຖືກພັກການປະຕິບັດໜ້າທີ່ ແລະ ຈະຖືກສອບສວນຢ່າງລະອຽດ ນອກຈາກນັ້ນຜູ້ທີ່ມີສ່ວນຮ່ວມຕ້ອງຮັບຜິດຊອບ ແລະ ຈະຖືກດຳເນີນການທາງວິໄນທັງໝົດ. ມີແມ່ຄົນໜຶ່ງໃຫ້ສຳພາດກັບຜູ້ສື່ຂ່າວວ່າ ລາວບໍ່ຮູ້ສິອະທິບາຍຕໍ່ລູກໆທີ່ຍັງນ້ອຍຂອງລາວແນວໃດດີຕໍ່ເຫດການທີ່ເກີດຂື້ນນີ້.

ไม่มีความคิดเห็น