ເກົາຫຼີເໜືອປະນາມສະຫະລັດ ຍຸກແຍ່ ຫຼັງຈາກຖືກຂື້ນບັນຊີດໍາກໍ່ການຮ້າຍ
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ
ປະເທດເກົາຫຼີໃຕ້ ໃນວັນທີ່ 23 ພະຈິດວ່າ ກະຊວງການຕ່າງປະເທດເກົາຫຼີເໜືອເຜີຍແຜ່ຖະແຫຼງການຜ່ານສໍານັກຂ່າວກາງເກົາຫຼີ
ເຊິ່ງເປັນກະບອກສຽງຂອງລັດຖະບານປຽງຢາງ ວ່າເກົາຫຼີເໜືອບໍ່ມີຄວາມເຊື່ອມໂຍງຫຼືກ່ຽວຂ້ອງກັບການກໍ່ການຮ້າຍ
ໃນທຸກກໍລະນີ ແລະ ຈະບໍ່ໃຫ້ຄວາມສໍາຄັນກັບ ບົດບາດ ທີ່ສະຫະລັດມອບໃຫ້ ແນວໃດກໍຕາມ
ການທີ່ປະທານາທິບໍດີໂດນັລ ທຣໍ້າ ເພີ່ມຊື່ເກົາຫຼີເໜືອເຂົ້າສູ່ບັນຊີດໍາ ລັດສະໜັບສະໜູນການກໍ່ການຮ້າຍ
ຖືເປັນເຈດຕະນາ ຍຸກແຍ່ແລະຄຸກຄາມຂັ້ນຮ້າຍແຮງ ແລະຈະເຮັດໃຫ້ລັດຖະບານປຽງຢາງເດີນໜ້າພັດທະນາໂຄງການນິວເຄຣຍຕໍ່ໄປຫຼາຍຂື້ນ
ສ່ວນທາງດ້ານ
ທ່ານ ລູ່ ກັງ ໂຄສົກກະຊວງການຕ່າງປະເທດຈີນ ກ່າວໃນວັນພຸດທີ່ຜ່ານມາວ່າ
ລັັດຖະບານປັກກິ່ງຄັດຄ້ານໃນການໃຊ້ມາດຕະການກົດດັນພຽງຝ່າຍດຽວຂອງລັດຖະບານໃດກໍຕາມ
ທີ່ມີສະຖານະການໃດໜື່ງເຊິ່ງເປັນຜິດ ແລະບໍາສາມາດແກ້ໄຂບັນຫາໃນໄລຍະຍາວ
ຫຼັງຈາກສະຫະລັດເພິ່ມຊີື່ບໍລິສັດຈີນ 3 ແຫ່ງເຂົ້າສູ່ມາດຕະການຂວໍ້າບາດກ່ຽວຂ້ອງກັບເກາຫຼີເໜືອຄັ້ງໃໝ່
ສ່ວນຄະນະລັດຖະບານໂຊກໍາລັງພິຈາລະນາການຢຸດຕິຊ້ອມຮົບກັບສະຫະລັດໃນປີໜ້າ
ເນື່ອງຈາກເກົາຫຼີໃຕ້ຕ້ອງເປັນເຈົ້າພາບກີລາໂອລິມປິກ ລະດູໜາວ ທີ່ເມືອງປຽງຊານ ແລະພາຣລິມປິກລະດູໜາວ
ເພື່ອຫຼຸດຄວາມສ່ຽງ ຈາກປະຕິກິລິຍາຈາກເກົາຫຼີເໜືອ ທີ່ຍັງສະຫງວນທ່າທີ
ເລື່ອງການສົ່ງນັກກີລາເຂົ້າຮ່ວມການແຂ່ງຂັນດ້ວຍ


Post a Comment