ຣັດເຊຍປ່ອຍເຮືອດໍານໍ້ານິວເຄຣຍລໍາທໍາອິດລົງນໍ້າແລ້ວ

ໃນວັນທີ່ 17 ພະຈິດທີ່ຜ່ານມາ  ກະຊວງປ້ອງກັນປະເທດຂອງຣັດເຊຍ ປິຣນຊ໌ວາລາດີເມຍ (Prince Vladimir) ເຮືອດໍານໍາຂີປະນາວຸດຊັ້ນ Boeri-A ລໍາທໍາອິດອອກມາລອຍເທິງໜ້ານໍ້າ ພ້ອມກັບປະກາດວ່າເຮືອດໍານໍາໃໝ່ນີ້ຈະຖືກເຂົ້າຮັບການທົດສອບຕາມປົກກະຕິຕາມຂັ້ນຕອນຂອງໂຮງງານແລະລັດ
ວາລາດີເມຍ ໂຄໂລເລຟ ຜູ້ບັນຊາການຂອງກອງທັບເຮືອຣັດເຊຍກ່າວວ່າ ປິຣນຊ໌ວາລາດີເມຍ ຈະຖືກນໍາໃຊ້ປະຕິບັດພາລະກິດໃນປີໜ້າ



ນອກຈາກນີ້ຍັງມີເຮືອດໍານໍ້ານິວເຄຣຍຊັ້ນ Borei-A ອີກ 4 ລໍາທີ່ຕິດຕັ້ງຂີປະນາວຸດທີ່ຣັດເຊຍກໍາລັງດໍາເນີນການສ້າງຢູ່ໄດ້ແກ່  Prince Oleg ,Generalissimo Suvorov, Emperor Alexander III ແລະ Prince Pozharsky ໂດຍຣັດເຊຍຕັ້ງເປົ້າໄວ້ວ່າຈະໃຊ້ເຮືອດໍານໍ້າເຫຼົ່ານີ້ສ້າງພື້ນຖານຍຸດທະສາດນິວເຄຣຍຂອງກອງທັບເຮືອຣັດເຊຍເຊິ່ງເຮືອດໍານໍ້າຊັ້ນ Borei-A ນັ້ນສາມາດບັນທຸກລູກສອນໄຟຂີປະນາວຸດຂ້າມືທະວີບໄດ້ເຖິງ 16 ລູກ ເຊິ່ງເປັນລຸ່ນພັດທະນາຈາກເຮືອຊັ້ນ Borei ລຸ່ນກ່ອນໆ 


ไม่มีความคิดเห็น