ຈີນ-ສະຫະລັດ ຊື່ນມື່ນ ທຮັມຢອດຫວານຜູກສຳພັນ


ໂດໂນລ ທຮັມ ປະທານາທິບໍດີສະຫະລັດ ພົບປະ ປະທານາທິບໍດີ ສີ ຈີ້ນຜິງ ຂອງຈີນ ທີ່ມະຫາສາລາໃນກຸງປັກກິ່ງ ເມື່ອ 9 ພະຈິກ ເຊີ່ງເປັນສ່ວນໜຶ່ງໃນການເຍືອນເອເຊຍ 5 ຊາດ ເວລາ 12 ວັນ ຫຼັງສຳເລັດການເຍືອນ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ຜູ້ນຳທັງ 2 ຖະແຫຼງຂ່າວຮ່ວມກັນ 2 ຮອບທັງກໍລະນີວິກິດເກົາຫຼີເໜືອ ແລະ ເລື່ອງອື່ນໆບັນຍາກາດເປັນໄປຢ່າງຊື່ນມື່ນ; ທຮັມ ທີ່ຕັ້ງແຕ່ແງ່ດ້ານລົບຕໍ່ຈີນມາຕະຫຼອດທັງກ່າວຫາວ່າຈີນເອົາປຽບດ້ານການຄ້າ ແລະ ບໍ່ຊ່ວຍແກ້ໄຂວິກິດເກົາຫຼີເໜືອ ແຕ່ການມາຈີນຄັ້ງນີ້ ທຮັມ ກັບກ່າວຊົມຜູ້ນຳຈີນຢ່າງໃຫຍ່ ທັງບອກວ່າ ສີ ຈີ້ນຜິງ ເປັນຄົນພິເສດຫຼາຍ ພ້ອມກ່າວຂອບໃຈການຕ້ອນຮັບສຸດແສນປະທັບໃຈຍາກທີ່ຈະລືມ ພ້ອມກ່າວເຖີງບັນຫາເກົາຫຼີເໜືອວ່າຈີນສາມາດແກ້ໄຂບັນຫາໄດ້ໂດຍງ່າຍ ແລະ ໄວ ຮຽກຮ້ອງໃຫ້ ສີ ຈີ້ນຜິງ ເຮັດວຽກໜັກເພາະເມື່ອລາວຕັ້ງໃຈເຮັດເລື່ອງໃດກໍ່ຈະສຳເລັດ ອີກຍັງກ່າວຂອບໃຈຈີນທີ່ເຂັ້ມງວດເລື່ອງການຄ້າກັບເກົາຫຼີເໜືອ ທັງນີ້ກໍ່ໃຫ້ຄຳໝັ້ນກັບຈີນວ່າ ລັດຖະບານສະຫະລັດຍຶດໝັ້ນນະໂຍບາຍ “ຈີນດຽວ”.

ไม่มีความคิดเห็น