ສະຫະລັດສະຫຼຸບແລ້ວ ທະຫານມຽນມາກວດລ້າງຊົນເຜົ່າ ໂລຫິງຢາ ບໍ່ມີສິດອ້າງກຸ່ມຕິດອາວຸດຍົ່ວຍຸ


ເອພີລາຍງານ ວັນທີ່ 23 ພະຈິກ ວ່າ ເລັກ ທີເລີສັນ ລັດຖະມົນຕີການຕ່າງປະເທດສະຫະລັດ ຖະແຫຼງການຜົນການວິເຄາະ ແລະ ຕິດຕາມສະຖານະການຊາວໂລຫິງຢາທີ່ໜີຕາຍອອກຈາກລັດຍະໄຂ່ຂອງມຽນມາ ກວ່າ 620,000 ຊີວິດວ່າເປັນການກວດລ້າງຊາດເຜົ່າພັນ. “ຫຼັງຈາກການວິເຄາະຢ່າງລະອຽດຖີ່ຖ້ວນເຖີງຂໍ້ມູນຄວາມຈິງທີ່ໄດ້ຮັບ ເປັນເລື່ອງທີ່ຊັດເຈນວ່າສະຖານະການໃນລັດຍະໄຂ່ນັ້ນເປັນການກວດລ້າງຊາດເຜົ່າພັນຕໍ່ຊາວໂລຫິງຢາ” ລັດຖະມົນຕີການຕ່າງປະເທດສະຫະລັດ ຖະແຫຼງ ແລະ ປະນາມກອງກຳລັງຄວາມໝັ້ນຄົງຂອງມຽນມາ ແລະ ຄົນໃນພື້ນທີ່ ທີ່ກະທຳຕໍ່ຊາວໂລຫິງຢາ.

“ເຖີງທະຫານຈະກ່າວໂທດວ່າກອງກຳລັງຕິດອາວຸດຊາວໂລຫິງຢາເປັນຝ່າຍຈູດສະນວນວິກິດໃນຄັ້ງນີ້ ແຕ່ກໍ່ບໍ່ມີການຍົ່ວຍຸໃດຈະໃຊ້ເປັນຂໍ້ອ້າງສຳລັບການກະທຳອັນແສນໂຫດຮ້າຍທີ່ເກີດຂື້ນນີ້ໄດ້” ລັດຖະມົນຕີການຕ່າງປະເທດສະຫະລັດຖະແຫຼງເພີ່ມ.

ไม่มีความคิดเห็น