ມືເກືອບຂາດ! ພໍ່ຕູ້ຈີນແຍ່ມືເຂົ້າຄອກເຫຼັກປ້ອນອາຫານ ແຕ່ຖືກເສືອງັບມື(ມີຄລິບ)
ເວັບໄຊຕ໌ ເດລີເມລ໌
ເຜີຍແຜ່ຄລິບພໍ່ຕູ້ຈີນຖືກເສືອໂຄ່ງຍໍ້າມືຂະນະທີ່ປ້ອນອາຫານຜ່ານຄອກເຫຼັກ ຈົນມືເກືອບຂາດເຫດເກີດຂື້ນທີ່ມົນທົນເຫີໜານ
ພາກກາງຂອງປະເທດຈີນໃນວັນທີ່ 22 ພະຈິກ 2017
ລາຍງານລະບຸວ່າ
ເສືອໂຄ່ງດັ່ງກ່າວ ຖືກຂັງໃນຄອກເຫຼັກພ້ອມກັບສິງອີກຄອກໜື່ງໃນລົດບັນທຸກຂອງຄະນະລະຄອນສັດ
ທີ່ຈອດໃນບໍລິເວນຕະຫຼາດນັດ ເພື່ອຈະສະແດງລະຄອນສັດໃນຄືນວັນດຽວກັນທີ່ເກີດເຫດ
ໃນຄລິບສະແດງໃຫ້ເຫັນວ່າພໍ່ຕູ້ຍ່າງເຂົ້າມາໃກ້ຄອກເຫຼັກແລ້ວໄດ້ແຍ່ມືທັງສອງຂ້າງຜ່ານຄອກເຫຼັກເພື່ອປ້ອນອາຫານໃຫ້ສິງແລະເສືອ
ໂດຍບໍາມີຄົນດູແລຈາກຄະນະລະຄອນສັດອອກມາຫ້າມວ່າຫ້າມໃຫ້ອາຫານສັດໂດຍບໍ່ໄດ້ຮັບອານຸຍາດ
ເຮັດໃຫ້ເສືອງັບມືຂວາຂອງພໍ່ຕູ້ບໍ່ຍອມປ່ອຍແລະພະຍາຍາມດືງພໍາຕູ້ໃຫ້ເຂົ້າໃກ້ຄອກເຫຼັກ
ຈົນມີພົນລະເມືອງເປັນຊາຍໜຸ່ມເຂົ້າມາຊ່ວຍ
ໂດຍໃຊ້ທ່ອນໄມ້ຍາວຟາດຄອກເຫຼັກເພື່ອໃຫ້ເສືອຢຸດ ຈົນໃນທີ່າຸດເສືອກໍ່ປ່ອຍຍ້ອນຖືກໄມ້ແທງປາກ
ສ່ວນພໍ່ຕູ້ລົ້ມທັງຢືນແລະຖືກນໍາສົ່ງໂຮງໝໍທັນທີ່ ພົບວ່າຂໍ້ມືແລະສອກມີຮອຍບາດແຜໃຫຍ່ ໃນລາຍງານບໍ່ໄດ້ລະບຸວ່າ
ຄະນະລະຄອນສັດຄະນະໃດເປັນຜູ້ຮັບຜິດຊອບແລະບໍາມີໜ່ວຍງານໃດອອກມາຊີ້ແຈງເຖິງເຫດການດັ່ງກ່າວ



Post a Comment