ທຣໍ້າ ປະກາດສະຫະລັດຈະບໍ່ທົນເສຍປຽບການຄ້າອີກຕໍ່ໄປ
ໃນວັນທີ່ 10
ພະຈິກການປະຊຸມສຸດຍອດຜູ້ນໍາກຸ່ມຄວາມຮ່ວມມືທາງເສດຖະກິດພິມິພາກອາຊີ-ປາຊີຟິກຫຼື ເອເປກ
ທີ່ເມືອງດາໜັງປະເທດຫວຽດນາມ ປະທານາທິບໍດີໂດນັລທຣໍ້າ
ຜູ້ນໍາສະຫະລັດກ່າວສະແດງຈຸດຢືນທາງການຄ້າຂອງສະຫະລັດຈະບໍ່ອົດທົນເສຍປຽບອີກຕໍ່ໄປ
ໂດຍຮຽກຮ້ອງໃຫ້ປະຊາຄົມໂລກໃຫ້ດໍາເນີນການຄ້າຢ່າງສົມດຸນຍຸດຕິທໍາຫຼາຍຂື້ນ
ເຖິງວ່າບໍ່ໄດ້ເອີ່ຍເຖິງຊາດໃດເປັນພິເສດກໍ່ຕາມ
ຜູ້ນໍາສະຫະລັດກ່າວການຄ້າເສລີເຮັດໃຫ້ຊາວອາເມຣິກາເສຍວຽກຫຼາຍຕ່ໍາແໜ່ງ
ທັງກ່າວຕໍ່ຕ້ານອົງກອນການຄ້າເສລີໂລກຄືຜູ້ກໍານົດລະບຽບການຄ້າຂອງໂລກ ແຕເງື່ອນໄຂຂໍ້ກໍານົດຈະບໍ່ຖືກບັງຄັບຫາກຊາດສະມາຊິກບໍ່ເຄົາລົບຕາມກົດກະຕິກາ
ໂດຍອ້າງວ່າການຄ້າສະຫະລັດເປັນໄປແບບບໍ່ສົມດຸນເພາະສະຫະລັດພະຍາຍາມຫຼຸດຂໍ້ກີດກັ້ນການຄ້າແລະຫຼຸດກໍາແພງພາສີແຕ່ຫຼາຍປະເທດກັບດໍາເນີນກົງກັນຂ້າມ
ເຮັດໃຫ້ສະຫະລັດຕ້ອງດໍາເນີນການຄ້າແບບທະວີກັບແຕ່ລະປະເທດ
ສະເພາະກາານຄ້າລະຫວ່າງສະຫະລັດກັບຈີນປີ່ທີ່ແລ້ວປະມານ
648,000 ລ້ານໂດລ່າສະຫະລັດ ແຕ່ຈີນໄດ້ປຽບສະຫະລັດມູນຄ່າເກືອບ 310,000
ລ້ານໂດລ່າສະຫະລັດ ຂະນະດຽວກັນການຄ້າລະຫວ່າງສະຫະລັດກັບຍີ່ປຸ່ນ ສະຫະລັດເສຍປຽບການຄ້າຕໍ່ຢີປຸ່ນປະມານ
69,000 ລ້ານໂດລ່າສະຫະລັດ
ສ່ວນປະທານາທິບໍດີສີ
ຈິ້ນຜິງ ກ່າວລະບຸເຖິງກະແສການຄ້າໃນຮູບແບບໂລກາວິວັດ ຄືສິ່ງທີ່ປະຫວັດສາດອາດຫຼີກລ່ຽງ
ລະບົບການຄ້າເສລີຕ້ອງເກີດຂື້ນແລະຈີນກໍາລັງດໍາເນີນການຕາມແນວທາງດັ່ງກ່າວ
Post a Comment