ອິນເດຍປະສົບຜົນສໍາເລັດໃນການ ຍິງມິສໄຊລ໌ ຄວາມໄວ ກ່ອນສຽງຈາກSu-30(ມີຄລິບ)


ໃນວັນທີ່ 24 ພະຈິກ 2017 ສໍານັກຂ່າວ່າງປະເທດລາຍງານວ່າ ອິນເດຍປະສົບຜົນສໍາເລັດໃນການທົດສອບຍິງຂີປະນາວຸດນໍາວິຖີຄວາມໄວເໜືອກ່ອນສຽງທີ່ໄວທີ່ສຸດໃນໂລກ Brahmos(ບຣາຫ໌ມໍສ) ຈາກເຮືອບິນ Su-30 ຂອງຣັດເຊຍ  ເຊິ່ງເປັນການປ່ຽນແປງໃນການແຂ່ງຂັນຂີປະນາວຸດໄປແລ້ວ ຈາກເຮືອບິນ Su-30 ທີ່ບິນຂື້ນຈາກຖານທັບອາກາດຄາລາຄຸນຄາ ລັດເບງກໍລ ພາກຕາເວັນຕົກ ໂດຍກໍານົດເປົ້າໝາຍຍິງເຮືອລໍໜື່ງໃນ ອ່າວເບງກໍລ ໃນວັນພຸດທີ່ 22 ພະຈິກທີ່ຜ່ານມາ
ຂ່າວແຈ້ງວ່າ Brahmos ເຊິ່ງຖືເປັນຂີປະວຸດຄວາມໄວສູງທີ່ມີຄວາມໄວທີ່ສຸດໃນໂລກເວລານີ້ເປັນໂຄງການຮ່ວມືລະຫວ່າງປະເທດອິນເດຍກັບຣັ້ດເຊຍ ໂດຍຊື່ Brahmos ມາຈາກຊື່ສອງແມ່ນໍ້າຂອງສອງປະເທດ ຄືແມ່ນໍ້າ Brahmaputra ແລະ ແມ່ນໍ້າ Moskva ເຊິ່ງເປັນນໍ້າສາຍຫຼັກຂອງສອງປະເທດ ໂດຍຂີປະນາວຸດ Brahmos ຖືເປັນຂີປະນາວຸດທີ່ມີຄວາມວລະດັບ 3 ມັດຫຼື 3,657.13 ກມ/ຊົ່ວໂມງ ມີຄວາມໄວເໜືອສຽງ 3 ເທື່ອ ໂດຍມີພິໄສຍິງໄກ 290 ກິໂລແມັດ ແລະນໍ້າໜັກສູງສຸດ 2,5 ໂຕ່ນ ເຊິ່ງເປັນໍ້າໜັກສູງສຸດທີ່ເຮືອບິນໂຈມຕີ Su-30 ແບກຮັບໄຫວ

ไม่มีความคิดเห็น