ສະຫຼົດໃຈ ເດັກນ້ອຍ 2 ຄົນອາຍຸພຽງ 5-6 ປີ ຖືກຂົ່ມຂືນຈົນຕາຍ


ວັນທີ່ 11 ທັນວາ ເວັບໄຊ ຮິນດູສະຖານທາມ ລາຍງານຄະດີເດັກ 2 ຄົນຖືກຂົ່ມຂືນໃນເວລາໃກ້ຄຽງກັນທີ່ປະເທດອິນເດຍ. ຄົນທຳອິດອາຍຸ 6 ປີ ຖືກໝູ່ຂອງພໍ່ແມ່ອາຍຸ 55 ປີ ຂົ່ມຂືນໃນຂະນະທີ່ພໍ່ແມ່ຝາກລູກໄວ້ນຳ ແລະ ອອກໄປຊື້ຢາທີ່ໂຮງໝໍໃນຕອນແລງຂອງວັນທີ່ 10 ທັນວາ ເມື່ອກັບມາລູກກໍ່ບອກວ່າເຈັບແຖວກ້ອງທ້ອງນ້ອຍ ຈຶ່ງພາໄປກວດພົບວ່າຖືກຂົ່ມຂືນຈຶ່ງແຈ້ງຕຳຫຼວດຈັບໝູ່ທີ່ຝາກລູກໄວ້.

ອີກຄະດີໜຶ່ງ ຄອບຄົວຂອງເດັກນ້ອຍອາຍຸ 5 ປີ ຖານະທຸກຍາກອາໃສຢູ່ເຂດຮົກຮ້າງເມື່ອພໍ່ແມ່ນອນຫຼັບ ແລະ ຕື່ນມາກໍ່ບໍ່ເຫັນລູກນ້ອຍແລ້ວ ຕໍ່ມາກໍ່ພົບສົບເດັກນອນຈົມກອງເລືອດຢູ່ສະພາບຖືກຂົ່ມຂືນ ແລະ ທີ່ໂຫດຮ້າຍຫຼາຍແມ່ນມີໄມ້ຄາຢູ່ໃນອະໄວຍະວະເພດປັກຮອດລຳໄສ້.

ຕຳຫຼວດຮັບປາກກັບຄອບຄົວຜູ້ເຄາະຮ້າຍວ່າຈະຈັບຜູ້ກໍ່ເຫດໃຫ້ໄດ້ພາຍໃນ 48 ຊົ່ວໂມງ ເພາະເປັນຄະດີທີ່ໂຫດຮ້າຍ ແລະ ມີຊາວບ້ານຈຳນວນຫຼາຍອອກມາປະທ້ວງ ປະນາມເຫດການທີ່ເກີດຂື້ນ. ເບື້ອງຕົ້ນທາງການໄດ້ຊ່ວຍເຫຼືອເງີນໃຫ້ຄອບຄົວຜູ້ເສຍຫາຍ 1 ລ້ານຮູປີ ພ້ອມຊອກວຽກ ແລະ ໃຫ້ສະຫວັດດີການຜູ້ທຸກຍາກ.

ไม่มีความคิดเห็น