ສະຫະລັດເຕືອນໄພລະດັບສູງສຸດ ພາຍຸໄຟປ່າໄໝ້ລາມໃກ້ເຂົ້າເມືອງ ອົບພະຍົບກວ່າ 2 ແສນຄົນ (ຄລິບ)


ສຳນັກຂ່າວເອພີ ລາຍງານຄວາມຄືບໜ້າ ເຫດໄຟປ່າລຸກໄໝ້ຢ່າງຮຸນແຮງທີ່ນະຄອນ ລອສແອັງເຈີລິດ ລັດຄາລິຟໍເນຍ ສະຫະລັດ ສົ່ງຜົນໃຫ້ມີຜູ້ອົບພະຍົບກວ່າ 2 ແສນຄົນແລ້ວ ແລະ ເຈົ້າໜ້າທີ່ກໍ່ຍັງບໍ່ສາມາດຄວບຄຸມໄຟໄດ້ເນື່ອງຈາກມີລົມພັດແຮງເຮັດໃຫ້ໄຟໄໝ້ຢ່າງໄວວາ.

ຫາງການລັດຄາລິຟໍເນຍປະກາດເຕືອນໄພລະດັບສູງສຸດ ຖືເປັນລະດັບທີ່ບໍ່ເຄີຍໄດ້ໃຊ້ມາກ່ອນ ເພາະຄວາມໄວລົມນັ້ນໄວເຖີງ 128 ກມ/ຊມ ຈົນໄຟໄໝ້ເບີ່ງຄືກັບພາຍຸໄຟ ໄໝ້ເປັນວົງກວ້າງກວ່າ 320 ກິໂລຕາແມັດ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 1 ຄົນ.


ไม่มีความคิดเห็น