ງົງເກືອບຕາຍ ຂີ່ລົດຢູ່ດີໆຖືກຊັດກະບອງໃສ່ຫຼັງຊອດເອິກ ບໍ່ຮູ້ສາເຫດບໍ່ຮູ້ໃຜເຮັດ


ເຫດເກີດວັນທີ່ 8 ທັນວາ ເມື່ອຊາຍໜຸ່ມນັ່ງຢູ່ໃນລົດດີໆຖືກຊັດກະບອງທີ່ໃຊ້ໃນການສູ້ຮົບສະໄໝບູຮານ ໃສ່ຫຼັງຊອດເອິກ ທີ່ເມືອງຫວງຊານ ມົນທົນອານຈຸຍ ພາກຕາເວັນອອກຂອງຈີນ ໂຊກດີມີຜູ້ເຫັນເຫດການພາໄປໂຮງໝໍໃກ້ຄຽງທັນທີ ແລະ ຜູ້ເຄາະຮ້າຍກໍ່ຍັງມີສະຕິຢູ່ ແຕ່ແພດບໍ່ໄດ້ຜ່າຕັດເອົາກະບອງອອກທັນທີເພາະຢ້ານຄົນເຈັບຂາດເລືອດຕາຍ.

ໝໍກວດແລ້ວວ່າກະບອງປັກຢູ່ດ້ານເທີງຊ່ອງທ້ອງຈຶ່ງໃຊ້ວິທີຕັດໃຫ້ສັ້ນລົງກ່ອນແລ້ວສົ່ງໄປຜ່າຕັດທີ່ໂຮງໝໍທີ່ມີເຄື່ອງມືທັນສະໄໝກວ່າ ຈົນຜູ້ບາດເຈັບລອດຊີວິດໃນທີ່ສຸດ ສ່ວນສາເຫດແມ່ນຍັງບໍ່ຮູ້ເພາະຍັງບໍ່ສາມາດຈັບຄົນຮ້າຍໄດ້ ແລະ ຕ້ອງລໍຖ້າສອບຖາມຫຼັງຜູ້ບາດເຈັບດີແລ້ວສາກ່ອນ.

ไม่มีความคิดเห็น