ເປັນເລື່ອງ ເມື່ອໂຮງງານຜະລິດຢາປຸກເຊັກປ່ອຍຄວັນ ຊາວບ້ານພາກັນມີອາລົມທາງເພດ ບໍ່ເວັ້ນຜູ້ສູງອາຍຸ
ວັນທີ່ 8 ທັນວາ ເວັບໄຊ ເດິຊັນ ລາຍງານວ່າ ຊາຍໄອແລນ ອາຍຸກາຍໄວລຸ່ນແລ້ວຕ່າງພາກັນອາລົມດີ ແລະ ຫົວແບບສຸດໆ ເມື່ອຮູ້ສຶກວ່າພວກຕົນມີອາລົມທາງເພດຂື້ນແບບບໍ່ມີເຫດຜົນ ກ່ອນຈະໄປຮູ້ກົກປາຍສາເຫດວ່າ ໂຮງງານຂອງບໍລິສັດຜະລິດຢາ Pfizer ເຊີ່ງຜະລິດໄວອາກ່າ ຫຼື ຢາປຸກເຊັກນັ້ນເອງ ໂຮງງານນີ້ຕັ້ງຢູ່ໝູ່ບ້ານມາ 20 ກວ່າປີແລ້ວ ໄດ້ປ່ອຍຄວັນອອກມາເຊີ່ງຄາດວ່າຕ້ອງມີໂມເລກຸນຂອງໄວອາກ່າຜະສົມອອກມາດ້ວຍ ຈຶ່ງເຮັດໃຫ້ບັນດາຜູ້ຊາຍທີ່ຢູ່ໃນໝູ່ບ້ານທີ່ໄດ້ສູດດົມຄວັນຈາກໂຮງງານ ເກີດອາລົມຕື່ນໂຕທາງເພດ.
ບັນດາຜູ້ທີ່ຢູ່ໃກ້ໂຮງງານຍັງບອກອີກວ່າ ບໍ່ແມ່ນແຕ່ຜູ້ຊາຍທີ່ມີອາລົມ ແຕ່ໝາທີ່ຢູ່ໃນໝູ່ບ້ານກໍ່ສະແດງອາການຢູ່ບໍ່ໄດ້ກີນບໍ່ເປັນແລ່ນຊອກຫາຄູ່ທົ່ວໝູ່ບ້ານ.


Post a Comment