ຣັດເຊຍ ເປີດເຜີຍສະຫະລັດຄືຜູ້ໃຫ້ການເຝິກຝົນອາດີດນັກຮົບໄອເອສ ແລະສ້າງກອງກໍາລັງໃໝ່ເພື່ອທໍາລາຍຄວາມໝັ້ນຄົງ ໃນຊີເຣຍ
ສໍານັກຂ່າວຕ່າງປະເທດລາຍງານໃນວັນທີ່
26 ທັນວາ 2017 ກໍລະນີທາງດ້ານ ພລ.ອ.ວາເລຣີ່ ເກຣາຊິມໍຟ
ປະທານຄະນະເສນາທິການທະຫານຂອງຣັດເຊຍ ໄດ້ອອກມາກ່າວຫາສະຫະລັດ ໜັງສືພິມສະບັບໜື່ງ ວ່າໃຫ້ການເຝິກຝົນນັກຮົບກຸ່ມລັດອິດສະລາມ(ໄອເອສ)
ໃນຊີເຣຍເພື່ອພະຍາຍາມທໍາລາຍສະຖຽນລະພາບປະເທດນີ້
ພລ.ອ.ວາເລຣີ່ ເກຣາຊິມໍຟ
ໂດຍການຊີ້ເປົ້າໄປທີ່ຖານທັບສະຫະລັດທີ່
ຕັນຟ໌ ເຊິ່ງເປັນທາງຫຼວງລະຫວ່າງຊາຍແດນອີຣັກແລະຊີເຣຍ ໂດຍທາງດ້ານປະທານຄະນະເສນາທິການທະຫານຂອງຣັດເຊຍ
ໄດ້ລະບຸວ່າ ພື້ນທີ່ແຫ່ງນີ້ມີການເຄື່ອນໄຫວຂອງກຸ່ມຕິດອາວຸດຢູ່ຕະຫຼອດເວລາ ແຕ່ວ່າບໍ່ມີການຄັດຂວາງຈາກກອງທັບສະຫະລັດແຕ່ຢ່າງໃດເລີຍ
ແຕ່ສະຫະລັດ
ລະບຸວ່າຖານທັບ ຕັນຟ໌ ເປັນທີ່ຕັ້ງຊົ່ວຄາວສໍາຫຼັບການເຝິກຊ້ອມກອງກໍາລັງພິເສດ
ເພື່ອຕໍ່ສູ້ກັບກຸ່ມກໍ່ການຮ້າຍໄອເອສ ແລະປະຕິເສດມາຕະຫຼອດວ່າພື້ນທີ່ແຫງນີ້ເປັນແຫຼ່ງຊ່ອງສຸ່ມຂອງກຸ່ມການຮ້າຍ
ແຕ່ການເປີດເຜີຍຕໍ່ສື່ມວນຊົນຄັ້ງນີ້ຂອງທາງ
ດ້ານ ພລ.ອ.ວາເລຣີ່ ເກຣາຊິມໍຟ ໄດ້ຊີ້ໃຫ້ເຫັນວ່າ ສະຫະລັດກໍາລັງເຝິກຝົນນັກຮົບທີ່ເຄີຍເປັນກຸ່ມໄອເອສ
ແຕ່ຕອນນີ້ກໍ່ສ້າງຕົວໃໝ່ຂື້ນມາແລະເອີ້ນວ່າກອງທັບຊີເຣຍໃໝ່ ໂດຍ ພລ.ອ.ວາເລຣີ່ ເກຣາຊິມໍຟ
ໃຫ້ຂໍ້ມູນວ່າທາງໜັດເຊຍມີຫຼັກຖານຊັດເຈນຄື ພາບຖ່າຈາກດາວທຽມ ແລະໂດຣນ ໄດ້ກວດພົບກອງພັນຕິດອາວຸດໃນຖານທັບແຫ່ງນີ້ແລະກໍາລັງຖືກເຝິກຝົນໃນທີ່ນັ້ນ
ການອອກມາເປີດເຜີຍຂໍ້ມູນໃນລັກສະນະນີ້
ບໍ່ແມ່ນເທືອທໍາອິດ ແຕ່ຫຼາຍຄັ້ງທີ່ຜ່າມາທາງຣັດເຊຍໄດ້ອອກໃຫ້ຂໍ້ມນວ່າສະຫະລັດເປັນຜູ້ຢູ່ເບື່ອງຫຼັງກຸ່ມຕິດອາວຸດເຫຼົ່ານີ້ເຊັ່ນ
ຈາກກໍລະນີກວດພົບຄັງອາວຸດຂະໜາດໃຫຍ່ແລະສິ່ງອໍານວຍຄວາມສະດວກດ້ານການຜະລິດ
ລວມເຖິງຍານຫຸ້ມເກາະທີ່ຖືກຄົ້ນພົບໃນຖານທັບຂອງກຸ່ມໄອເອສທີ່ຖືຢືດຄອງໃນແຂວງເດອີຢ໌
ເອສຊໍຣ໌
ນອກເໜືອຈາກອາວຸດທີ່ອາເມຣິກາແລະອິດສະຣາເອລ ທາງດ້ານກອງກໍາລັງຊີຣ່ຽນພົບວ່າຜູ້ກໍ່ການຮ້າຍຍັງໄດ້ຈັດການຜະລິອາວຸດຂອງຕົວເອງຂື້ນອີກດ້ວຍ







Post a Comment