ທຣໍ້າ ໂວຍ ຈີນຍັງສົ່ງນໍ້າມັນໃຫ້ເກົາຫຼີເໜືອ
ສໍານັກຂ່າວຕ່ງປະເທດລາຍງານ
ໃນວັນທີ່ 28 ທັນວາ 2017 ວ່າປະທານາທິບໍດີ ໂດນັລ ທຣໍ້າ ທະວິດຂໍ້ຄວາມໃນວັນພະຫັດວ່າ
ເປັນການຈັບໄດ້ຄາໜັງຄາເຂົາ ເຮັດໃຫ້ລາວຮູ້ສືກຜິກຫວັງ
ເປັນຢ່າງຍິ່ງຕໍ່ການທີ່ຈີນຍັງຄົງລໍາລຽງນໍ້າມັນໃຫ້ເກົາຫຼີເໜືອແລະບັນກາດັ່ງກ່າວຈະບໍ່ມີທາງຜ່ອນຄວາມຕຶງຄຽດລົງ
ຖ້າຫາກຈີນຍັງປ່ອຍໃຫ້ເກີດເຫດການແບບນີ້ອີກ
ທາງດ້ານ ນ.ສ.ຫົວ
ຂຸນຫຍິງ ໂຄສົກຍິງກະຊວງການຕ່າງປະເທດຈີນ ກ່າວລັດຖະບານປັກກິ່ງ ຍັງບໍ່ໄດ້ລາຍງານໃນເລື່ອງນີ້
ແຕ່ກ່າວວ່າເຮືອບັນທຸກສິນຄ້າຂອງຈີນບໍ່ເຄີຍລະເມີດມະຕິຂວໍ່າບາດເກົາຫຼີເໜືອທີ່ກໍານົດໂດຍຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ(ຢູເອັນເອສຊີ)
ເຊິ່ງເປັນແນວທາງປະຕິບັດທີຈີນຢືດໝັ້ນຢ່າງເຄັ່ງຄັດມາຕະຫຼອດ ຂະນະທີ່ ພ.ອ. ເຫຼີນ
ກົ໋ວສຽງ ໂຄສົກກະຊວງພາຍໃນຂອງຈີນ ກ່າວເຖິງລາຍງານຈາກໜັງສືພິມໃຫຍ່ຂອງເກົາຫຼີໃຕ້ເລື່ອງນີ້ວ່າ
ເປັນຂໍ້ມູນທີ່ບໍມີຄວາມຈິງ

Post a Comment