ເກີດເຫດ ຜູ້ຍິງຖືກປາດຄໍຖີ້ມໄວ້ທີ່ແຄມຂອງ ນະຄອນຫຼວງວຽງຈັນ
ລາຍງານຈາກ ສະມາຄົມອາສາກູ້ໄພນະຄອນຫຼວງ ໃຫ້ຮູ້ວ່າ ໃນວັນທີ 24 ທັນວາ 2017 ເວລາປະມານ 6 ໂມງເຊົ້າ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີ ຄົນຖືກຂ້າແລ້ວເອົາສົບໄປຖິ້ມໄວ້ແຄມຂອງ, ນະຄອນຫຼວງວຽງຈັນ.
ດັ່ງນັ້ນໜ່ວຍກູ້ໄພນະຄອນຫຼວງວຽງຈັນ ທີມງານຈຶ່ງອອກກວດສອບເຫດພົບຜູ້ເສຍຊິວິດເປັນເພດຍິງ ເຊິ່ງເຫັນຈຸດເກີດເຫດແມ່ນຢູ່ແຄມທາງ ແລະ ເຫັນຮອຍລາກແກ່ລົງໄປນໍ້າຂອງປະມານ 50 ແມັດ ຈຶ່ງປະສານຫາເຈົ້າໜ້າທີ່ຕຳຫຼວດກອງສືບສວນ ສອບສວນ ມາເກັບກຳຂໍ້ມູນເພື່ອຊອກນຳຜູ້ກະຄວາມຜິດມາລົງໂທດຕາມລະບຽບກົດໝາຍ. ສ່ວນຜູ້ເສຍຊິວິດແມ່ນຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ສະພາບສົບແມ່ນຖືກປາດຄໍ ເກືອບຂາດ ແລະ ມີຮອຍຊໍ້າຕາມຮ່າງກາຍ. ລັກສະນະຂອງການຖືກຄາດຕະກຳຕາມຮ່ອງຮອຍ ເລືອດ ແມ່ນຖືກຂ້າຢູ່ເທີງ ເຂດແຄມຂອງ ແລ້ວສົບຖືກລາກລົງໄປຖິ້ມໄວ້ແຄມແມ່ນໍ້າ. ທີມກູ້ໄພ 1624 ຈຶ່ງນຳສົ່ງກັບບ້ານເພື່ອໃຫ້ຍາດພີ່ນ້ອງເຮັດພິທີທາງສາສາໜາ. ສ່ວນການຕິດຕາມຄາດຕະກອນ ເຈົ້າໜ້າທີ່ກ່ຽວຂ້ອງ ຈະດຳເນີນການຕໍ່ໄປ.
ພາບແລະຂ່າວ: 1624





Post a Comment