ເກົາຫຼີໃຕ້ເຫັນດີແກ້ໄຂກົດໝາຍ ພະຍາຍາມຂົ່ມຂືນຕ້ອງຖືກຈັບເຮັດໝັນ ປ້ອງກັນກໍ່ເຫດຊຳ້
ລັດຖະສະພາເກົາຫຼີໃຕ້ຜ່ານການເຫັນດີແກ້ໄຂກົດໝາຍລົງໂທດຜູ້ເຮັດຜິດໃນຄະດີຂົ່ມຂືນດ້ວຍການເຮັດໝັນ ທີ່ອອກປະກາດໃຊ້ຄັ້ງທຳອິດໃນປີ 2011 ໂດຍມີມະຕິຂະຫຍາຍເຖີງບຸກຄົນທີ່ເຮັດຜິດໃນຂໍ້ຫາພະຍາຍາມຂົ່ມຂືນດ້ວຍ. ເກົາຫຼີໃຕ້ເປັນຊາດທຳອິດທີ່ລົງໂທດຜູ້ເຮັດຜິດໃນຂໍ້ຫາດັ່ງກ່າວດ້ວຍການສັກຢາ ຫຼື ໃຫ້ກີນຢາ ເພື່ອໃຫ້ເສື່ອມສະມັດທະພາບທາງເພດປ້ອງກັນບໍ່ໃຫ້ກໍ່ເຫດຊຳ້ອີກ. ແຕ່ຢ່າງໃດກໍ່ຕາມການເຮັດໝັນດັ່ງກ່າວເປັນພຽງການຊົ່ວຄາວເທົ່ານັ້ນ ເມື່ອບໍ່ໄດ້ຮັບຢາກໍ່ສາມາດກັບຄືນເປັນປົກກະຕິໄດ້ເຊີ່ງຖືກສັງຄົມວິພາກວິຈານຢ່າງຫຼວງຫຼາຍເພາະຢ້ານຜູ້ກໍ່ເຫດຈະຄິດກໍ່ເຫດຊຳ້ອີກ.


Post a Comment