ສະຫະລັດ ເກົາຫຼີໃຕ້ ຍີ່ປຸ່ນ ສົ່ງເຮືອພິຄາດຊ້ອມຮົບ ຕາມຮອຍຂີປະນາວຸດໂສມແດງ
ເມື່ອວັນທີ່ 11 ທັນວາ ສະຫະລັດ ເກົາຫຼີໃຕ້ ຍີ່ປຸ່ນ ໄດ້ເລີ່ມການຊ້ອມຮົບໃນການຕິດຕາມຮອຍຂີປະນາວຸດທີ່ອາດຖືກຍິງມາຈາກເກົາຫຼີເໜືອ ໃນການປະຕິບັດການຊ້ອມຮົບຈະມີຂື້ນເປັນເວລາ 2 ມື້ ບໍລິເວນນ່ານນຳ້ຍີ່ປຸ່ນ ແລະ ໃກ້ຄາບສະໝຸດເກົາຫຼີ. ກະຊວງປ້ອງກັນປະເທດເກົາຫຼີໃຕ້ຖະແຫຼງເຖີງການຊ້ອມຮົບໄຕພາຄີ ຄັ້ງນີ້ວ່າ ເຮືອພິຕາດລະບົບ ເອຈິສ ຂອງແຕ່ລະຊາດຈະຈຳລອງສະຖານະການກວດຈັບ ແລະ ຕິດຕາມຮອຍຂີປະນາວຸດທີ່ມາຈາກເກົາຫຼີເໜືອ ແລະ ເຮັດການແບ່ງປັນຂໍ້ມູນດ້ານຄວາມໝັ້ນຄົງຮ່ວມກັນ.


Post a Comment