ທະຫານອັຟການີສະຖານບຸກຊ່ວຍ 150 ຕົວປະກັນທີ່ຖືກກຸ່ມມືປືນຈັບ ໄດ້ສໍາເລັດ ແລະສັງຫານມືປືນ 3 ຄົນ
ໃນວັນທີ່ 21
ມັງກອນ ສໍານັກຂ່າວຕາງປະເທດລາຍງານຄວາມຄືບໜ້າເຫດການ ກຸ່ມມືປືນບຸກຈັບຕົວປະກັນກວ່າ 150
ຄົນໄວ້ໃນໂຮງແຮມຫຼູ ອິນເຕີຄອນຕິເນນຕັລ ໃນກຸງຄາບູລ ເມືອງຫຼວງຂອງ ອັຟການິສະຖານຕັ້ງແຕ່ຕອນແລງຂອງວັນທີ່
20 ມັງກອນທີ່ຜ່ານມາໄດຢຸດຕິລົງແລ້ວ ເມື່ອທະຫານໜ່ວຍປະຕິບັດການພິເສດຂອງອັຟການິສະຖານ
ໄດ້ບຸກຊ່ວຍຕົວປະກັນ ແຂກທີ່ມາພັກໃນໂຮງແຮມ 150 ຊີວິດຈົນປອດໄພແລ້ວຫຼັງຈາກທີ່ຖືກຈັບເປັນຕົວປະກັນ
12 ຊມ ແລະສັງຫານມືປືນ 3 ລາຍ
ກະຊວງພາຍໃນອັຟການິສະຖານລະບຸວ່າ
ເຫດການກຸ່ມມືປືນບຸກຢຶດໂຮງແຮມຫຼູ ອິນເຕີຄອນຕິເນນຕັລ ກຸ່ມມືປືນໄດ້ເລີມເປີດສາກຍິງປືນກວດໃສ່ແຂກແລະພະນັກງານໃນໂຮງແຮມ
ກ່ອນຈະເລີ່ມຈູດສະນວນລະເບີດ ເປັນເຫດໃຫ້ຜູ້ເສຍຊີວິດ 5 ລາຍແລະບາດເຈັບ 6 ລາຍ
ຫຼັງຈາກເຫດການສິ້ນສຸດລົງຍັງບໍ່ມີກຸ່ມຕິດອາວຸດກຸ່ມໃດອອກມາອ້າງຄວາມຮັບຜິດຊອບ
ກ່ອນໜ້ານີ້ກຸ່ມຕິດອາວຸດຕາລີບັນເຄີຍລົງມືກໍ່ເຫດໃນໂຮງແຮມ ອິນເຕີຄອນຕິເນນຕັລມາກ່ອນໃນປີ
2011




Post a Comment