ສະຫຼົດໃຈ! ທ່ານໝໍຈີນຕາຍຫຼັງເຮັດວຽກໜັກ 18 ຊົ່ວໂມງບໍ່ໄດ້ພັກ
ແພດຍິງ ຈ້າວ ປ້ຽນຊຽງ ອາຍຸ 43 ປີ ຖືກພົບວ່າຊີບພະຈອນບໍ່ເຕັ້ນ ຫຼັງຈາກລົ້ມລົງໝົດສະຕິຂະນະທີ່ກຳລັງກວດຄົນເຈັບຢູ່ໃນວັນທີ່ 29 ທັນວາ 2017 ເນື່ອງຈາກເຮັດວຽກຕິດຕໍ່ກັນ 18 ຊົ່ວໂມງແບບບໍ່ໄດ້ພັກ ແລະ ຖືກປະກາດວ່າເສຍຊີວິດໃນມື້ຕໍ່ມາພາຍຫຼັງທີມແພດໄດ້ພະຍາຍາມຊ່ວຍຢ່າງສຸດຄວາມສາມາດ.
ແພດຍິງ ຈ້າວ ປ້ຽນຊຽງ ເປັນຮອງຜູ້ອຳນວຍການພະແນກໂລກທາງເດີນຫາຍໃຈຂອງໂຮງໝໍປະຊາຊົນ ຫຍູຊີ ເມືອງຈິ້ນຈົງ ມົນທົນສານຊີ່ ຂອງຈີນ ແລະ ພົບວ່າລາວມີພາວະເລືອດອອກໃຕ້ເຍື້ອຫຸ້ມສະໝອງຊັ້ນກາງ. ລາວຈາກໄປກ່ອນພໍ່ແມ່ທີ່ມີອາຍຸຫຼາຍກວ່າ 80 ປີ ເຊີ່ງທັງສອງໄດ້ມາເຝົ້າຢູ່ຂ້າງຕຽງລູກສາວກ່ອນຈະສີ້ນໃຈໄປ ໃນເວລາ 07:16 ຂອງວັນທີ່ 30 ທັນວາ 2017.
ໝູ່ແພດຂອງລາວບອກວ່າ ລາວເປັນຄົນເຮັດວຽກໜັກຫຼາຍ ແລະ ໃຫ້ຄວາມສຳຄັນຕໍ່ໜ້າວຽກຫຼາຍກ່ອນສະເໝີ ລາວຍັງເຄີຍເວົ້າກັບໝູ່ວ່າ ວຽກຫຍຸ້ງຫຼາຍເກີນທີ່ຈະຫຍຸດພັກໄດ້.




Post a Comment