ທຣັມ ວາງແຜນໃຫ້ສັນຊາດຜູ້ອົບພະຍົບ 1.8 ລ້ານຄົນ ແລກງົບປະມານສ້າງກຳແພງຂັ້ນຊາຍແດນ
ທຳນຽບຂາວເປີດແຜນການຂອງລັດຖະບານກ່ຽວກັບການບໍລິຫານຈັດການຜູ້ອົບພະຍົບວ່າ ລັດຖະບານພາຍໃຕ້ການນຳພາຂອງ ໂດໂນລ ທຣັມ ຈະອະນຸຍາດໃຫ້ຜູ້ອົບພະຍົບ 1.8 ລ້ານຄົນ ໄດ້ຮັບສິດເປັນພົນລະເມືອງສະຫະລັດ ເພື່ອແລກກັບງົບປະມານສຳລັບການສ້າງແນວກຳແພງຂັ້ນຕະຫຼອກແນວຊາຍແດນ.
ລາຍງານລະບຸວ່າ ງົບປະມານທີຈະໃຊ້ສ້າງກຳແພງສູງເຖີງ 25,000 ລ້ານໂດລາສະຫະລັດ. ຂໍ້ສະເໜີຂອງທຳນຽບຂາວຍັງລວມມີອີກ 2 ເລື່ອງຄື: ການຍຸຕິຫ່ວງໂສ້ຂອງການອົບພະຍົບ ໂດຍຈະອະນຸຍາດໃຫ້ພົນລະເມືອງ ຫຼື ຜູ້ມີຖິ່ນອາໄສໃນສະຫະລັດ ມີສິດຂໍຍື່ນວີຊ່າໃຫ້ຄູ່ສົມຣົດ ແລະ ລູກເທົ່ານັ້ນ ແຕ່ບໍ່ລວມສະມາຊິກຄົນອື່ນໆ ແລະ ລັດຖະບານຕ້ອງການຍົກເລີກໂຄງການ ລັອດເຕີລີ່ ວີຊ່າ ທີ່ຈັບສະຫຼາກມອບ ກຣີນກາດ ໃຫ້ຜູ້ຄົນທົ່ວໂລກປະມານ 50,000 ຄົນຕໍ່ປີ ອີກດ້ວຍ.



Post a Comment