ເກີດເຫດໄຟໄໝ້ຕຶກ “ທຣັມ ທາວເວີ່” ຂອງ ໂດໂນລ ທຣັມ ມີລາຍງານຜູ້ບາດເຈັບ 2 ຄົນ (ມີຄລິບ)


ເກີດເຫດໄຟໄໝ້ຂື້ນທີ່ຕຶກ “ທຣັມ ທາວເວີ່” ຂອງ ໂດໂນລ ທຣັມ ປະທານາທິບໍດີສະຫະລັດ ທີ່ຢູ່ຍ່ານມິດທາວ ແມນຮັດຕັ່ນ ນະຄອນນິວຢອກ ເມື່ອຊ່ວງເຊົ້າວັນຈັນ ທີ່ 8 ມັງກອນ ເຊີ່ງໜ່ວຍງານດັບເພີງໄດ້ຮັບແຈ້ງວ່າໄຟໄໝ້ຕຶກ “ທຣັມ ທາວເວີ່” ທີ່ສູງ 58 ຊັ້ນ ເວລາ 6:58 ນາທີ ກໍ່ຮີບໄປທີ່ເກີດເຫດທັນທີ ເບື້ອງຕົ້ນມີລາຍງານວ່າມີຜູ້ບາດເຈັບ 2 ຄົນ ໜຶ່ງໃນນັ້ນອາການໜັກ ເຊີ່ງຂະນະທີ່ເກີດເຫດ ທຣັມ ຢູ່ທີ່ກຸງວໍຊິງຕັນ.


ไม่มีความคิดเห็น