ຜູ້ນໍາເກົາຫຼີເໜືອ ກ່າວໃນການປາໄສເລັ່ງພັດທະນາອາວຸດນິວເຄຣຍໃນປີ 2018 ພ້ອມກັບບອກສະຫະລັດຢູ່ໃນວິຖີອາວຸດນິວເຄຣຍແລະນີ້ບໍ່ແມ່ນການໄດ້ຂົ່ມຂູ່


ໃນວັນທ່ 1 ມັງກອນ 2018 ສໍານັກຂ່າວຊິນຫົວລາຍງານວ່າ ຄິມຈອງອຶນ ປະທານາທິບໍດີ ເກົາຫຼີເໜືອລະບຸວ່າ ສະຫະລັດຈະບໍ່ມີວັນເປີດສົງຄາມກັບເກົາຫຼີເໜືອໄດ້ ເນື່ອງຈາກທຸກວັນນີ້ເກົາຫຼີເໜືອຂອງລາວໄດ້ມີສັກກະຍະພາບພໍທີ່ຈະໂຈມຕີແຜ່ນດິນໃຫຍ່ຂອງສະຫະລັດ ດ້ວຍອາວຸດນິວເຄຣຍ ລະຫວ່າງກ່າວສປາໄສປີໃໝ່ເຊີ່ງຖ່າຍທອດສົດທາງໂທລະພາບ ຄິມ ຈອງ-ອຶນ ກ່າວວ່າສະຫະລັດອາເມຣິກາທັງປະເທດຢູ່ໃນວິຖີອາວຸດນິວເຄຣຍຂອງເຮົາ ແລະປຸ່ມຍິງນິວເຄຣຍກໍ່ຢູ່ເທິງໂຕະເຮັດວຽກຂອງຂ້ອຍຕະຫຼອດເວລາ ນີ້ຄືຄວາມຈິງ ບໍ່ແມ່ນການຂົ່ມຂູ່

ປີນີ້ເຮົາຄວນໃຫ້ຄວາມສໍາຄັນກັບການຜະລິດນິວເຄຣຍແລະຂີປະນາວຸດຂ້າມທະວີບ ສໍາລັບການຕິດຕັ້ງທາງປະຕິບັດການ ຄິມ ຈອງ-ອຶນ ກ່າວວ່າ ອາວຸດເຫຼົ່ານີ້ຈະຖືກໃຊ້ກໍ່່ເມືອຄວາມໝັ້ນຄົງຂອງພວກເຮົາຖືກຄຸກຄາມ

ນອກຈາກນີ້ ຄິມ ຈອງ-ອິນ ຍັງກ່າວອີກວ່າ ຈໍາເປັນຕ້ອງຫຼຸດຄວາມຕຶງຄຽດທາງທະຫານໃນແຫຼມເກົາຫຼີລົງແລະພັດທະນາຄວາມສໍາພັນກັບເກົາຫຼີໃຕ້ ພ້ອມເສີມວ່າລາວເປີດທາງໃຫ້ເຈລະຈາ ແລະຄິມ ຈອງ-ອຶນກ່າວວ່າ ລາວຈະພິຈາລະນາສົ່ງງຜູ້ແຂ່ງຂັນໂແລິມປິກລະດູໜາວທີ່ຈະຈັດຂື້ນທີ່ປະເທດເກົາຫຼີໃຕ້ ເພື່ອເປັນໂອກາດທີ່ຈະສະແດງໃຫ້ເຫັນເຖິງຄວາມສາມັກຄີຂອງປະຊາຊົນແລະເຮົາຫວັງວ່າການແຂ່ງຂັນຈະປະສົບຄວາມສໍາເລັດ ເຈົ້າໜ້າທີ່ທາງເກົາຫຼີເໜືອແລະເກົາຫຼີໃຕ້ອາດຈະປະຊຸມພົບປະເພືອປຶກສາຫາລືຄວາມເປັນໄປໄດ້ໃນບ່ອນນີ້


ສ່ວນປະທານາທິບໍດີ ມຸນແຈອິນ ຂອງເກົາຫຼີໃຕ້ກ່າວວ່າການເຂົ້າຮ່ວມຂອງເກົາຫຼີເໜືອຈະສ້າງຄວາມເຊື່ອໝັ້ນດ້ານຄວາມປອດໄພໃຫ້ກັບການແຂ່ງຂັນໂອລິມປິກລະດູໜາວແລະໃນເດືອນກ່ອນໄດ້ສະເໜີໄປວ່າເກົາຫຼີໃຕ້ແລະສະຫະລັດ ຈະເລື່ອນການຊ້ອມຮົບຄັ້ງໃຫຍ່ອອກໄປຈົນກວ່າຈະຈົບການແຂ່ງຂັນ

ไม่มีความคิดเห็น