ເລີ່ມແລ້ວ!! ເກົາຫຼີເໜືອ-ເກົາຫຼີໃຕ້ ເປີດການເຈລະຈາຄັ້ງທຳອິດໃນຮອບ 2 ປີ


ເປົ້າໝາຍຫຼັກຂອງການຫາລືຄືຄວາມເປັນໄປໄດ້ໃນການເຂົ້າຮ່ວມການແຂ່ງຂັນກິລາໂອແລມປິກລະດູໜາວ ທີ່ເກົາຫຼີໃຕ້ເປັນເຈົ້າພາບໃນເດືອນກຸມພາ ຂອງຄະນະກິລາຈາກເກົາຫຼີເໜືອ ໂດຍເກົາຫຼີໃຕ້ລະບຸວ່າຈະຫາທາງພັດທະນາຄວາມສຳພັນລະຫວ່າງສອງເກົາຫຼີໃຫ້ດີຂື້ນ ຢ່າງໃດກໍ່ຕາມ ເຊື່ອວ່າເກົາຫຼີໃຕ້ ແລະ ເກົາຫຼີເໜືອອາດຈະເອົາປະເດັນທີ່ຢູ່ໃນຄວາມສົນໃຈຂອງແຕ່ລະປະເທດຂື້ນມາຫາລືໃນການພົບປະກັນຄັ້ງນີ້ດ້ວຍ. ລັດຖະມົນຕີກະຊວງລວມຊາດຂອງເກົາຫຼີໃຕ້ເຜີຍວ່າ ຍັງຈະຫາໂອກາດລົມກັບເກົາຫຼີເໜືອເລື່ອງ ການຈັດໃຫ້ມີການພົບປະກັນລະຫວ່າງຢາດພີ່ນ້ອງທີ່ພັດພາກຈາກກັນໃນຊ່ວງການແບ່ງແຍກປະເທດອີກຄັ້ງ ລວມເຖີງຫາລືເລື່ອງການຫຼຸດຜ່ອນຄວາມຕຶງຄຽດທາງການທະຫານລະຫວ່າງກັນ.

ไม่มีความคิดเห็น