ເກົາຫຼີເໜືອຮັບໄມຕີຣຈາກເກົາຫຼີໃຕ້ ສະເໜີເຈລະຈາໃນວັນທີ່ 9 ມັງກອນ
ທ່ານ ໂຊ ມະຢອງ-ກໍຢອນ ລັດຖະມົນຕີວ່າການ ລວມຊາດຂອງເກົາຫຼີໃຕ້ ຖະການທາງໂທລະພາບໃນວັນທີ່
2 ມັງກອນ ສະເໜີໃຫ້ມີການເຈລະຈາລະດັບສູງລະຫວ່າງເກົາຫຼີໃຕ້ກັບເກົາຫຼີເໜືອທີ່ໝູ່ບ້ານປັນມຸນຈອມ
ຫຼື ໝູ່ບ້ານຢຸດຍິງ ໃນເຂດປອດທະຫານ ເຊິ່ງກັ້ນພົມແດນລະຫວ່າງ 2 ປະເທດ ໃນວັນທີ່ 9 ມັງກອນນີ້ເພື່ອຫາລືທີ່ເກົາຫຼີເໜືອຈະສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນໃນໂອລິມປິກລະດູໜາວ
ທີ່ເກົາຫຼີໃຕ້ເປັນເຈົ້າພາບແລະເລື່ອງນີ້ຈະເປັນປະໂຫຍດຕໍ່ການປັບປຸງຄວາມສໍາພັນທັງສອງຝ່າຍ
ຂໍ້ສະເໜີມີຂື້ນຫຼັງຈາກທີ່ ຜູ້ນໍາເກົາຫຼີເໜືອ ຄິມ ຈອງອືນ ລະບຸວ່າຕົນກໍາລັງພິຈາລະນາທີ່ຈະສົ່ງທີມນັກກີລາເຂົ້າຮ່ມການແຂ່ງຂັນໃນໂອລິມປິກລະດູໜາວທັງສອງຝ່າຍຄວນພົບປະກັນໂດຍດ່ວນເພື່ອປຶກສາຫາລືເລື່ອງນີ້ທັງຍັງລະບຸວ່າຕົນເປີດກວ້າງສໍາຫຼັບການເຈລະຈາເພາະປີ
2018 ເປັນປີ່ທີ່ສໍາຄັນຂອງທັງ 2 ຊາດຖືເປັນວາລະຄົບນອບ 70
ປີການກໍ່ຕັ້ງປະເທດເກົາຫຼີເໜືອແຕ່ລາວຍັງຂູ່ວ່າປຸ່ມສັ່ງຍິງອາວຸດນິວເຄຣຍຢ່ເທິງໂຕະເຮັດວຽກຂອງລາວຕະຫຼອດເວລາແລະເກົາຫຼີເໜືອຈະເດີນໜ້າຜະລິດອາວຸດນິວເຄຣຍແລະຂີປະນາວຸດໃນປະລິມານທີ່ຫຼາຍຕໍ່ໄປ
ທາງດ້ານປະທານາບໍດີມນ ແຈ-ອິນແຫ່ງເກົາຫຼີໃຕ້ຖະແຫຼງວ່າ ການເຈລະຈາເລື່ອງກີລາໃດໆຕ້ອງຍົກເລື່ອງໂຄງການນິວເຄຣຍມາຫາຫາລືກັນນໍາອີກດ້ວຍ
ແວໃດກໍ່ຕາມເກົາຫຼີເໜືອຍັງບໍ່ຕອບນັບໃນຂໍ້ສະເໜີນີ້ ແຕ່ຖ້າຕອບຮັບຈະຖືວ່າເປັນການເຈລະຈາຢ່າງທາງການຄັ້ງທໍາອິກນັບແຕ່ປີ
2015


Post a Comment